Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ດ້ານໜ້າ​ບັນລັງ​ຍັງ​ມີ​ສິ່ງ​ທີ່​ຄ້າຍຄື​ທະເລ​ແກ້ວ, ໃສ​ເໝືອນ​ແກ້ວ. ໃນ​ບໍລິເວນ​ໃຈກາງ​ອ້ອມຮອບ​ບັນລັງ​ມີ​ສິ່ງທີ່ມີຊີວິດ​ສີ່​ຕົນ ແລະ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ມີ​ຕາ​ເຕັມ​ຢູ່​ທັງ​ດ້ານ​ໜ້າ ແລະ ດ້ານ​ຫລັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.

Uka jalj uñjjattʼäta Copia luraña




ພຣະນິມິດ 4:6
25 Jak'a apnaqawi uñst'ayäwi  

ແລະ ພວກເຂົາ​ໄດ້​ຮ້ອງ​ເພງ​ບົດ​ໃໝ່​ຕໍ່ໜ້າ​ບັນລັງ, ຕໍ່ໜ້າ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ບໍ່​ມີ​ຜູ້ໃດ​ສາມາດ​ຮຽນ​ຮ້ອງເພງ​ບົດ​ນັ້ນ​ໄດ້​ນອກ​ຈາກ​ພວກ 144,000 ຄົນ​ທີ່​ໄດ້​ໄຖ່​ໄວ້​ຈາກ​ແຜ່ນດິນໂລກ.


ແລະ ຂ້າພະເຈົ້າ​ແນມ​ເຫັນ​ສິ່ງ​ໜຶ່ງ​ຄ້າຍຄື​ກັນ​ກັບ​ທະເລ​ແກ້ວ​ປົນ​ໄຟ, ບັນດາ​ຜູ້​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ກັບ​ຮູບຈຳລອງ ແລະ ໂຕເລກ​ປະຈຳ​ຊື່​ຂອງ​ມັນ​ຢືນ​ຢູ່​ແຄມ​ທະເລ​ນັ້ນ. ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ


ແລ້ວ​ໜຶ່ງ​ໃນ​ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ເອົາ​ຂັນ​ຄຳ​ທັງ​ເຈັດ ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ​ນັ້ນ​ມອບ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ.


ຜູ້ອາວຸໂສ​ຊາວສີ່​ທ່ານ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ກົ້ມລົງ ແລະ ນະມັດສະການ​ພຣະເຈົ້າ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ. ແລະ ພວກເພິ່ນ​ກ່າວ​ວ່າ: “ອາແມນ, ຮາເລລູຢາ!”


ເມືອງ​ນັ້ນ​ສ່ອງແສງ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ປະກາຍ​ຂອງ​ເມືອງ​ນັ້ນ​ເໝືອນດັ່ງ​ອັນຍະມະນີ​ທີ່​ລໍ້າຄ່າ​ທີ່ສຸດ, ເໝືອນດັ່ງ​ໂມຣາ, ໃສ​ເໝືອນດັ່ງ​ແກ້ວ.


ກຳແພງ​ນັ້ນ​ສ້າງ​ດ້ວຍ​ຫີນ​ໂມຣາ ແລະ ນະຄອນ​ນັ້ນ​ສ້າງ​ດ້ວຍ​ຄຳ​ບໍລິສຸດ​ທີ່​ໃສ​ເໝືອນດັ່ງ​ແກ້ວ.


ປະຕູ​ທັງ​ສິບສອງ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ, ແຕ່​ລະ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ໜຶ່ງ​ໜ່ວຍ. ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ​ເປັນ​ຄຳ, ໃສ​ເໝືອນດັ່ງ​ແກ້ວ​ໂປ່ງໃສ.


ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.


ສິ່ງທີ່ມີຊີວິດ​ທັງ​ສີ່​ໄດ້​ຮ້ອງ​ວ່າ, “ອາແມນ” ແລະ ບັນດາ​ຜູ້ອາວຸໂສ​ກໍ​ກົ້ມ​ຂາບ​ລົງ ແລະ ນະມັດສະການ.


ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.


ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.


ຂ້າພະເຈົ້າ​ໄດ້​ແນມເບິ່ງ​ຂະນະ​ທີ່​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທຳອິດ​ຕາປະທັບ​ທັງ​ເຈັດ​ອອກ. ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ໜຶ່ງ​ໃນ​ສິ່ງທີ່ມີຊີວິດ​ທັງ​ສີ່​ກ່າວ​ຂຶ້ນ​ດ້ວຍ​ສຽງ​ເໝືອນ​ສຽງຟ້າຮ້ອງ​ວ່າ: “ມາ​ເທາະ!”


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເບິ່ງ​ຄື​ວ່າ​ດັງ​ຂຶ້ນ​ມາ​ຈາກ​ທ່າມກາງ​ສິ່ງທີ່ມີຊີວິດ​ທັງ​ສີ່​ວ່າ, “ເຂົ້າຫວີດ​ສອງ​ພາວ​ຕໍ່​ແຮງງານ​ມື້​ໜຶ່ງ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ເຂົ້າບາເລ​ຫົກ​ພາວ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ຢ່າ​ເຮັດ​ໃຫ້​ນ້ຳມັນ ແລະ ເຫລົ້າອະງຸ່ນ​ເສຍຫາຍ!”


ເທວະດາ​ທຸກ​ຕົນ​ຢືນ​ຢູ່​ອ້ອມ​ບັນລັງ ແລະ ອ້ອມ​ພວກ​ຜູ້ອາວຸໂສ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່. ພວກເຂົາ​ກົ້ມໜ້າ​ລົງ​ຕໍ່ໜ້າ​ບັນລັງ ແລະ ນະມັດສະການ​ພຣະເຈົ້າ,


ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka