ພຣະນິມິດ 4:4 - ພຣະຄຳພີລາວສະບັບສະໄໝໃໝ່4 ອ້ອມຮອບບັນລັງນັ້ນມີອີກຊາວສີ່ບັນລັງ ແລະ ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ. ພວກເພິ່ນນຸ່ງເຄື່ອງຂາວ ແລະ ມີມົງກຸດຄຳຢູ່ເທິງຫົວຂອງພວກເພິ່ນ. Uka jalj uñjjattʼätaພຣະຄຳພີສັກສິ4 ອ້ອມຮອບບັນລັງນັ້ນ ມີບັນລັງອີກຊາວສີ່ບັນລັງ ແລະມີຜູ້ອາວຸໂສຊາວສີ່ທ່ານ ນັ່ງຢູ່ເທິງບັນລັງນັ້ນ ທຸກທ່ານນຸ່ງເຄື່ອງຂາວ ແລະສວມມົງກຸດຄຳທີ່ຫົວ. Uka jalj uñjjattʼäta |
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.
ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ເຫັນລູກແກະຂອງພຣະເຈົ້າ, ເບິ່ງຄືວ່າໄດ້ຖືກຂ້າແລ້ວ ກຳລັງຢືນຢູ່ໃຈກາງຂອງບັນລັງ, ອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສ. ລູກແກະຂອງພຣະເຈົ້າມີເຂົາເຈັດອັນ ແລະ ມີຕາເຈັດໜ່ວຍ, ເຊິ່ງເປັນວິນຍານທັງເຈັດຂອງພຣະເຈົ້າທີ່ໃຊ້ອອກໄປທົ່ວແຜ່ນດິນໂລກ.