Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ໃນ​ທັນໃດ​ນັ້ນ ຂ້າພະເຈົ້າ​ກໍ​ຢູ່​ໃນ​ພຣະວິນຍານ ແລະ ຕໍ່ໜ້າ​ຂ້າພະເຈົ້າ​ມີ​ບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ​ພ້ອມ​ດ້ວຍ​ຜູ້​ໜຶ່ງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 4:2
28 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຢ່າງນັ້ນ ດ້ວຍເຫດໃດ​ພຣະວິນຍານບໍລິສຸດເຈົ້າ​ຈຶ່ງ​ດົນໃຈ​ໃຫ້​ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະ​ດາວິດ​ໄດ້​ກ່າວ​ວ່າ,


ບັດນີ້ ປະເດັນ​ຫລັກ​ທີ່​ພວກເຮົາ​ກຳລັງ​ກ່າວ​ກໍ​ຄື: ພວກເຮົາ​ມີ​ມະຫາ​ປະໂລຫິດ​ຢ່າງ​ນີ້, ຜູ້​ທີ່​ນັ່ງ​ຢູ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,


ນາງ​ໄດ້​ເກີດ​ລູກຊາຍ​ຜູ້​ໜຶ່ງ, ເປັນ​ເດັກນ້ອຍ​ຜູ້ຊາຍ, ຜູ້​ທີ່ “ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄາທາ​ເຫລັກ”. ແລະ ລູກ​ຂອງ​ນາງ​ໄດ້​ຖືກ​ດຶງ​ຂຶ້ນ​ໄປ​ຫາ​ພຣະເຈົ້າ ແລະ ໄປ​ທີ່​ບັນລັງ​ຂອງ​ພຣະອົງ.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.


ຜູ້ອາວຸໂສ​ຊາວສີ່​ທ່ານ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ກົ້ມລົງ ແລະ ນະມັດສະການ​ພຣະເຈົ້າ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ. ແລະ ພວກເພິ່ນ​ກ່າວ​ວ່າ: “ອາແມນ, ຮາເລລູຢາ!”


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


ໂດຍ​ພຣະວິນຍານ​ເທວະດາ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ພູເຂົາ​ໃຫຍ່ ແລະ ສູງ, ແລະ ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ.


ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ທຸກສິ່ງ​ຂຶ້ນ​ໃໝ່!” ແລ້ວ​ພຣະອົງ​ໄດ້​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ສິ່ງ​ນີ້​ລົງ ເພາະ​ຂໍ້ຄວາມ​ເຫລົ່ານີ້​ແມ່ນ​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ”.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.


ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:


ມີ​ແສງ​ຟ້າແມບເຫລື້ອມ, ສຽງ​ດັງກ້ອງ ແລະ ສຽງ​ຟ້າຮ້ອງ​ມາ​ຈາກ​ບັນລັງ. ຕໍ່ໜ້າ​ບັນລັງ​ນັ້ນ​ມີ​ຕະກຽງ​ເຈັດ​ອັນ​ຮຸ່ງ​ຢູ່. ສິ່ງ​ເຫລົ່ານີ້​ແມ່ນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,


ແລ້ວ​ຂ້າພະເຈົ້າ​ເຫັນ​ໜັງສືມ້ວນ​ໃນ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ໜັງສືມ້ວນ​ນີ້​ຂຽນ​ໄວ້​ທັງ​ສອງ​ດ້ານ ແລະ ປະທັບ​ດ້ວຍ​ຕາປະທັບ​ເຈັດ​ດວງ.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ຂອງ​ທຸກ​ສິ່ງທີ່ມີຊີວິດ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ, ໃຕ້​ແຜ່ນດິນໂລກ ແລະ ໃນ​ທະເລ, ແລະ ທຸກສິ່ງ​ໃນ​ທີ່​ນັ້ນ​ກ່າວ​ວ່າ: “ແດ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ແດ່​ລູກແກະ​ຂອງ​ພຣະເຈົ້າ ຂໍ​ຖວາຍ​ຄຳສັນລະເສີນ ແລະ ກຽດຕິຍົດ, ສະຫງ່າລາສີ ແລະ ລິດອຳນາດ ຕະຫລອດໄປ​ເປັນນິດ!”


ພວກເຂົາ​ຮ້ອງ​ບອກ​ບັນດາ​ພູເຂົາ ແລະ ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນລົງ​ເທິງ​ພວກເຮົາ ແລະ ບັງ​ພວກເຮົາ​ໃຫ້​ພົ້ນ​ຈາກ​ໜ້າ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ໃຫ້​ພວກເຮົາ​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka