Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 “ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”

Uka jalj uñjjattʼäta Copia luraña




ພຣະນິມິດ 4:11
31 Jak'a apnaqawi uñst'ayäwi  

“ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.


“ພຣະເຈົ້າ​ຜູ້​ໄດ້​ສ້າງ​ໂລກ ແລະ ສິ່ງ​ທັງປວງ​ໃນ​ໂລກ ຄື​ອົງພຣະຜູ້ເປັນເຈົ້າ​ເໜືອ​ສະຫວັນ ແລະ ແຜ່ນດິນໂລກ, ພຣະອົງ​ບໍ່​ໄດ້​ອາໄສ​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


ດ້ວຍວ່າ ສິ່ງສາລະພັດ​ມາ​ຈາກ​ພຣະອົງ ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ ຂໍ​ໃຫ້​ສະຫງ່າລາສີ ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ.


ແລະ ພຣະອົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ໃນ​ປະຖົມມະການ​ພຣະອົງ​ວາງຮາກ​ຂອງ​ແຜ່ນດິນໂລກ, ແລະ ຟ້າ​ສະຫວັນ​ດ້ວຍ​ມື​ຂອງ​ພຣະອົງ


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.


ແລະ ພຣະອົງ​ໄດ້​ຕັ້ງ​ພວກເຮົາ​ໃຫ້​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະອົງ, ຂໍ​ໃຫ້​ກຽດ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ແລະ ເພິ່ນ​ໄດ້​ສາບານ​ໂດຍ​ອ້າງ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ, ຜູ້​ສ້າງ​ຟ້າສະຫວັນ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ຜູ້​ສ້າງ​ໂລກ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ໂລກ, ທະເລ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ທະເລ ແລະ ກ່າວ​ວ່າ, “ຈະ​ບໍ່​ມີ​ການຊັກຊ້າ​ອີກ​ຕໍ່ໄປ​ແລ້ວ!


ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງຮ້ອງ​ຂອງ​ຝູງຊົນ​ໃນ​ສະຫວັນ​ຮ້ອງ​ວ່າ: “ຮາເລລູຢາ! ຄວາມພົ້ນ, ສະຫງ່າລາສີ ແລະ ລິດອຳນາດ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ,


ເທວະດາ​ເຫລົ່ານັ້ນ​ໄດ້​ກ່າວ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ລູກແກະ​ຂອງ​ພຣະເຈົ້າ, ຜູ້​ຖືກ​ຂ້າ, ຜູ້​ສົມຄວນ​ໄດ້​ຮັບ​ລິດອຳນາດ ແລະ ຄວາມ​ຮັ່ງມີ, ສະຕິປັນຍາ ແລະ ກຳລັງ ກຽດຕິຍົດ, ສະຫງ່າລາສີ ແລະ ຄຳສັນລະເສີນ!”


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ກຳລັງ​ປະກາດ​ດ້ວຍ​ສຽງ​ດັງ​ວ່າ: “ຜູ້ໃດ​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ ເປີດ​ໜັງສືມ້ວນ​ນີ້?”


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka