Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 3:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ກໍ​ຈະ​ນຸ່ງ​ຊຸດ​ສີຂາວ​ເໝືອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ລຶບ​ຊື່​ຜູ້​ນັ້ນ​ອອກ​ຈາກ​ໜັງສື​ແຫ່ງ​ຊີວິດ​ຈັກເທື່ອ, ແຕ່​ຈະ​ຮັບຮູ້​ຊື່​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຜູ້​ທີ່​ມີ​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຫົ່ມ​ເຄື່ອງ​ຂາວ ແລະ​ເຮົາ​ຈະ​ບໍ່​ລຶບ​ຊື່​ຂອງ​ຜູ້ນັ້ນ​ອອກ​ຈາກ​ທະບຽນ​ແຫ່ງ​ຊີວິດ, ແຕ່​ເຮົາ​ຈະ​ຮັບ​ຮອງ​ຊື່​ຜູ້ນັ້ນ​ຊ້ອງ​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ແລະ​ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ພຣະນິມິດ 3:5
23 Jak'a apnaqawi uñst'ayäwi  

“ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ​ເໝືອນກັນ.


ແຕ່​ຢ່າ​ຍິນດີ​ທີ່​ວິນຍານ​ຕ່າງໆ​ຍອມ​ຟັງ​ພວກເຈົ້າ, ແຕ່​ຈົ່ງ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ຖືກ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ”.


“ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ບຸດມະນຸດ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.


ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.


ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແຕ່​ບັດນີ້​ບໍ່​ມີຊີວິດ​ຢູ່, ມັນ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ແລະ ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ. ຄົນ​ທັງຫລາຍ​ທີ່​ຢູ່​ແຜ່ນດິນໂລກ​ຜູ້​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ໜັງສື​ແຫ່ງ​ຊີວິດ​ຕັ້ງແຕ່​ສ້າງ​ໂລກ​ຈະ​ປະຫລາດໃຈ​ເມື່ອ​ພວກເຂົາ​ໄດ້​ເຫັນ​ສັດຮ້າຍ​ນີ້, ເພາະ​ຄັ້ງ​ໜຶ່ງ​ມັນ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່, ແຕ່​ມັນ​ຈະ​ມາ​ໃນ​ອະນາຄົດ.


ຜ້າຝ້າຍລິນິນ​ເນື້ອລະອຽດດີ, ສົດ​ໃສ ແລະ ສະອາດ, ໄດ້​ມອບ​ໃຫ້​ແກ່​ເຈົ້າສາວ​ເພື່ອ​ສວມ​ໃສ່”. (ຜ້າຝ້າຍລິນິນ​ເນື້ອລະອຽດດີ​ນັ້ນ​ໝາຍເຖິງ​ການປະຕິບັດ​ອັນ​ຊອບທຳ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ.)


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ບໍ່​ຖືກ​ທຳຮ້າຍ​ໂດຍ​ຄວາມຕາຍ​ຄັ້ງ​ທີ​ສອງ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


ບໍ່​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ຜູ້ໃດ​ທີ່​ເຮັດ​ສິ່ງ​ທີ່​ໜ້າອັບອາຍ ຫລື ຫລອກລວງ ຈະ​ເຂົ້າ​ໃນ​ນະຄອນ​ນີ້​ໄດ້​ເລີຍ, ມີ​ແຕ່​ບັນດາ​ຜູ້​ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ເທົ່ານັ້ນ​ຈຶ່ງ​ຈະ​ເຂົ້າ​ໄດ້.


ແລະ ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ຈາກ​ຄຳທຳນວາຍ​ນີ້, ພຣະເຈົ້າ​ຈະ​ຕັດ​ສ່ວນແບ່ງ​ຂອງ​ຜູ້​ນັ້ນ​ອອກຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ໃນ​ເມືອງ​ສັກສິດ​ນັ້ນ ເຊິ່ງ​ໄດ້​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເສົາ​ໜຶ່ງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ. ພວກເຂົາ​ຈະ​ບໍ່​ຈາກ​ວິຫານ​ໄປ​ອີກ​ຈັກເທື່ອ. ເຮົາ​ຈະ​ຈາລຶກ​ນາມ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ແລະ ຊື່​ນະຄອນ​ຂອງ​ພຣະເຈົ້າ​ຂອງ​ເຮົາ​ຄື​ເຢຣູຊາເລັມ​ໃໝ່, ເຊິ່ງ​ພຣະເຈົ້າ​ຂອງ​ເຮົາ​ກຳລັງ​ສົ່ງ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຈາລຶກ​ນາມ​ໃໝ່​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ​ເໝືອນກັນ.


ແຕ່​ກໍ​ມີ​ພວກເຈົ້າ​ສອງສາມ​ຄົນ​ໃນ​ເມືອງ​ຊາເດ ທີ່​ບໍ່​ໄດ້​ເຮັດ​ໃຫ້​ເຄື່ອງນຸ່ງ​ຂອງ​ຕົນ​ເປື້ອນເປິ. ພວກເຂົາ​ຈະ​ຍ່າງ​ໄປ​ກັບ​ເຮົາ, ນຸ່ງ​ຊຸດ​ສີຂາວ, ເພາະ​ພວກເຂົາ​ສົມຄວນ​ແລ້ວ.


ຫລັງຈາກ​ນັ້ນ ພວກເຂົາ​ແຕ່ລະຄົນ​ກໍ​ໄດ້​ຮັບ​ເສື້ອຄຸມ​ສີຂາວ ແລະ ພຣະອົງ​ກ່າວ​ບອກ​ພວກເຂົາ​ໃຫ້​ລໍຖ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ​ຈົນ​ກວ່າ​ເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ​ທີ່​ຖືກ​ຂ້າ​ແບບດຽວ​ກັບ​ພວກເຂົາ​ຈະ​ຄົບ​ຈຳນວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka