Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 3:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເຫດສະນັ້ນ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໄວ້ ແລະ ໄດ້​ຍິນ, ຈົ່ງ​ຢຶດຖື​ສິ່ງ​ນັ້ນ​ໄວ້ ແລະ ກັບໃຈໃໝ່. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕື່ນ​ຂຶ້ນ, ເຮົາ​ຈະ​ມາ​ເໝືອນດັ່ງ​ຂະໂມຍ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ເວລາ​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຫດສະນັ້ນ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ໄດ້​ຮັບ​ແລະ​ໄດ້ຍິນ​ຢ່າງ​ໃດ ຈົ່ງ​ຖື​ຮັກສາ​ແລະ​ກັບໃຈ​ເສຍ​ໃໝ່. ຖ້າ​ເຈົ້າ​ບໍ່​ຕື່ນ​ຂຶ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ເໝືອນ​ດັ່ງ​ຂະໂມຍ ແລະ​ເຈົ້າ​ຈະ​ບໍ່​ຮູ້​ວ່າ​ຍາມ​ໃດ​ເຮົາ​ຈະ​ມາ​ຫາ​ເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 3:3
24 Jak'a apnaqawi uñst'ayäwi  

“ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ ຫລື ໂມງ​ນັ້ນ.


ຈົ່ງ​ລະມັດລະວັງ! ຈົ່ງ​ເຝົ້າ​ລະວັງ​ຢູ່! ພວກເຈົ້າ​ບໍ່​ຮູ້​ວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ.


ຖ້າ​ເພິ່ນ​ກັບ​ມາ​ກະທັນຫັນ ກໍ​ຢ່າ​ໃຫ້​ເພິ່ນ​ຈະ​ພົບ​ວ່າ​ພວກເຈົ້າ​ກຳລັງ​ຫລັບ​ຢູ່.


ເພາະ​ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.


ຕີໂມທຽວ​ເອີຍ, ຈົ່ງ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຈົ້າ​ດູແລ. ຈົ່ງ​ຫັນໜີ​ຈາກ​ການ​ເວົ້າ​ທີ່​ບໍ່​ເປັນປະໂຫຍດ ແລະ ຄວາມຄິດ​ຂັດແຍ້ງ​ທີ່​ເຫັນ​ຜິດ​ວ່າ​ເປັນ​ຄວາມຮູ້,


ຈົ່ງ​ຢຶດຖື​ແບບຢ່າງ​ຂອງ​ຄຳສອນ​ອັນ​ມີ​ຫລັກ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ໃນ​ພຣະຄຣິດເຈົ້າເຢຊູ.


ເຫດສະນັ້ນ ພວກເຮົາ​ຕ້ອງ​ເອົາໃຈໃສ່​ຢ່າງ​ລະມັດລະວັງ​ທີ່ສຸດ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ, ເພື່ອວ່າ​ພວກເຮົາ​ຈະ​ບໍ່​ໄດ້​ຫລົງທາງ​ໄປ.


ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,


ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ


ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.


“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.


ນອກຈາກ​ວ່າ​ພວກເຈົ້າ​ຈະ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ຈົນ​ກວ່າ​ເຮົາ​ຈະ​ມາ’.


ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ລົງ​ມາ​ໄກ​ເທົ່າໃດ! ຈົ່ງ​ກັບໃຈໃໝ່ ແລະ ເຮັດ​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ຕັ້ງ​ແຕ່​ທຳອິດ. ຖ້າ​ເຈົ້າ​ບໍ່​ກັບໃຈໃໝ່​ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ ຍົກ​ຫລັກຕະກຽງ​ຂອງ​ເຈົ້າ​ອອກຈາກ​ບ່ອນ​ນີ້.


“ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ມົງກຸດ​ຂອງ​ເຈົ້າ​ໄປ​ໄດ້.


ບັນດາ​ຜູ້​ທີ່​ເຮົາ​ຮັກ ເຮົາ​ກໍ​ຕັກເຕືອນ ແລະ ຕີສອນ. ດັ່ງນັ້ນ ຈົ່ງ​ກະຕືລືລົ້ນ ແລະ ກັບໃຈ.


ຈົ່ງ​ຕື່ນ​ຂຶ້ນ! ເສີມກຳລັງ​ສ່ວນ​ທີ່​ເຫລືອ​ຢູ່ ແລະ ສ່ວນ​ທີ່​ກຳລັງ​ຈະ​ຕາຍ​ນັ້ນ, ເພາະ​ເຮົາ​ພົບ​ວ່າ​ການກະທຳ​ຂອງ​ເຈົ້າ​ບໍ່​ສຳເລັດ​ໃນ​ສາຍຕາ​ພຣະເຈົ້າ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka