ພຣະນິມິດ 3:21 - ພຣະຄຳພີລາວສະບັບສະໄໝໃໝ່21 ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະໃຫ້ຜູ້ນັ້ນມີສິດນັ່ງກັບເຮົາຢູ່ເທິງບັນລັງຂອງເຮົາ ເໝືອນເຮົາໄດ້ຮັບໄຊຊະນະ ແລະ ໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງບັນລັງຂອງພຣະອົງ. Uka jalj uñjjattʼätaພຣະຄຳພີສັກສິ21 ຜູ້ທີ່ໄຊຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ ເໝືອນກັບທີ່ເຮົາມີໄຊຊະນະແລ້ວ ແລະໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງຣາຊບັນລັງຂອງພຣະອົງ. Uka jalj uñjjattʼäta |
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.