Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 3:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ເຮົາ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍລິສຸດ​ແລ້ວ​ດ້ວຍ​ໄຟ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ຮັ່ງມີ ແລະ ຊື້​ເສື້ອຜ້າ​ສີຂາວ​ມາ​ນຸ່ງ ເພື່ອ​ປົກປິດ​ຄວາມເປືອຍກາຍ​ອັນ​ໜ້າອັບອາຍ ແລະ ຊື້​ຢາທາຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ເບິ່ງເຫັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.

Uka jalj uñjjattʼäta Copia luraña




ພຣະນິມິດ 3:18
34 Jak'a apnaqawi uñst'ayäwi  

“ອານາຈັກ​ສະຫວັນ​ປຽບເໝືອນ​ຊັບສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງນາ. ເມື່ອ​ມີ​ຊາຍ​ຄົນ​ໜຶ່ງ​ພົບ​ເຫັນ​ແລ້ວ​ກໍ​ເຊື່ອງ​ໄວ້​ອີກ ແລະ ດ້ວຍ​ຄວາມຕື່ນເຕັ້ນ​ຍິນດີ​ຫລາຍ​ລາວ​ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ ແລ້ວ​ໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.


“ແຕ່​ພວກເຂົາ​ຕອບ​ວ່າ, ‘ບໍ່​ໄດ້​ດອກ ນ້ຳມັນ​ມີ​ບໍ່​ພຽງພໍ​ສຳລັບ​ພວກຂ້ອຍ ແລະ ພວກເຈົ້າ, ຈົ່ງ​ໄປ​ຫາ​ຄົນຂາຍ​ນໍ້າມັນ ແລະ ຊື້​ເອົາ​ສຳລັບ​ພວກເຈົ້າ​ສາ’.


“ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.


ເພາະ​ເມື່ອ​ພວກເຮົາ​ໄດ້ຮັບ​ການຫົ່ມກາຍ​ນັ້ນ​ແລ້ວ ພວກເຮົາ​ຈະ​ບໍ່​ຕ້ອງ​ຖືກ​ພົບວ່າ​ເປືອຍ​ຢູ່.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ຈົ່ງ​ສັ່ງ​ພວກເຂົາ​ເຫລົ່ານັ້ນ​ໃຫ້​ເຮັດຄວາມດີ, ຮັ່ງມີ​ໃນ​ການ​ເຮັດຄວາມດີ ແລະ ໃຫ້​ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ ເຕັມໃຈ​ທີ່​ຈະ​ແບ່ງປັນ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.


“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.


ຜ້າຝ້າຍລິນິນ​ເນື້ອລະອຽດດີ, ສົດ​ໃສ ແລະ ສະອາດ, ໄດ້​ມອບ​ໃຫ້​ແກ່​ເຈົ້າສາວ​ເພື່ອ​ສວມ​ໃສ່”. (ຜ້າຝ້າຍລິນິນ​ເນື້ອລະອຽດດີ​ນັ້ນ​ໝາຍເຖິງ​ການປະຕິບັດ​ອັນ​ຊອບທຳ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ.)


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


ເຈົ້າ​ກ່າວ​ວ່າ, ‘ຂ້ອຍ​ຮັ່ງມີ; ຂ້ອຍ​ໄດ້​ຊັບສົມບັດ​ຫລວງຫລາຍ ແລະ ບໍ່​ຕ້ອງ​ການ​ສິ່ງໃດ​ເລີຍ’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ຕົນເອງ​ເປັນ​ຄົນ​ໜ້າເວດທະນາ, ໜ້າສົງສານ, ຍາກຈົນ, ຕາບອດ ແລະ ເປືອຍກາຍ​ຢູ່.


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ແລ້ວ​ຜູ້ອາວຸໂສ​ທ່ານ​ໜຶ່ງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ຄົນ​ເຫລົ່ານີ້​ທີ່​ນຸ່ງ​ເສື້ອຄຸມ​ສີຂາວ​ນັ້ນ​ແມ່ນ​ຜູ້ໃດ ແລະ ພວກເຂົາ​ມາ​ຈາກໃສ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka