Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 3:14 - ພຣະຄຳພີລາວສະບັບສະໄໝໃໝ່

14 “ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 “ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,

Uka jalj uñjjattʼäta Copia luraña




ພຣະນິມິດ 3:14
22 Jak'a apnaqawi uñst'ayäwi  

ທຸກສິ່ງ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ໃນ​ບັນດາ​ສິ່ງ​ທີ່​ຖືກ​ສ້າງຂຶ້ນ​ມາ​ນັ້ນ, ບໍ່​ມີ​ຈັກ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຖິງ​ແມ່ນ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ, ຄຳພະຍານ​ຂອງ​ເຮົາ​ກໍ​ຖືກຕ້ອງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ແລະ ຈະ​ໄປ​ໃສ. ແຕ່​ພວກເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ເຮົາ​ມາ​ແຕ່​ໃສ ຫລື ຈະ​ໄປ​ໃສ.


ເພາະ​ບໍ່​ວ່າ​ພຣະເຈົ້າ​ໄດ້​ເຮັດ​ຄຳສັນຍາ​ໄວ້​ຫລວງຫລາຍ​ເທົ່າໃດ​ກໍ​ຕາມ, ຄຳສັນຍາ​ເຫລົ່ານັ້ນ​ກໍ​ເປັນ “ຈິງ” ໃນ​ພຣະຄຣິດເຈົ້າ. ແລະ ດັ່ງນັ້ນ ໂດຍ​ທາງ​ພຣະອົງ​ພວກເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ “ອາແມນ” ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ.


ພຣະບຸດ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້​ທີ່​ພວກເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້, ເປັນ​ບຸດກົກ​ເໜືອ​ສິ່ງ​ທີ່​ສ້າງ​ທັງໝົດ.


ພຣະອົງ​ເປັນ​ຫົວ​ຂອງ​ກາຍ​ຄື​ຄຣິສຕະຈັກ. ພຣະອົງ​ເປັນ​ຈຸດ​ເລີ່ມຕົ້ນ, ພຣະອົງ​ເປັນ​ບຸດກົກ​ທີ່​ເປັນຄືນມາຈາກຕາຍ​ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ສູງສຸດ​ໃນ​ທຸກສິ່ງ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ກຳລັງ​ຕໍ່ສູ້​ຫລາຍ​ເທົ່າໃດ​ເພື່ອ​ພວກເຈົ້າ, ເພື່ອ​ພວກ​ພີ່ນ້ອງ​ຊາວ​ເມືອງ​ລາວດີເກອາ ແລະ ເພື່ອ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ພົບ​ເຮົາ​ເປັນ​ການ​ສ່ວນໂຕ​ເລີຍ.


ຫລັງຈາກ​ໄດ້​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ໃຫ້​ສັງເກດ​ວ່າ​ມີ​ການອ່ານ​ຈົດໝາຍ​ນີ້​ໃນ​ຄຣິສຕະຈັກ​ທີ່​ຢູ່​ເມືອງ​ລາວດີເກອາ​ເໝືອນກັນ ແລະ ຂະນະ​ດຽວ​ກັນ​ກໍ​ຂໍ​ໃຫ້​ພວກເຈົ້າ​ຮັບ​ຈົດໝາຍ​ຈາກ​ເມືອງ​ລາວດີເກອາ​ມາ​ອ່ານ​ເໝືອນກັນ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ຂ້າພະເຈົ້າ​ໄດ້​ເຫັນ​ສະຫວັນ​ເປີດ​ອອກ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ມ້າ​ຂາວ​ໂຕ​ໜຶ່ງ, ພຣະອົງ​ຜູ້ຂີ່ມ້າ​ນັ້ນ​ມີ​ຊື່​ວ່າ​ສັດຊື່ ແລະ ທ່ຽງແທ້. ພຣະອົງ​ພິພາກສາ ແລະ ສູ້ຮົບ​ດ້ວຍ​ຄວາມຍຸຕິທຳ


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ຍ່າງ​ຢູ່​ທ່າມກາງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ນັ້ນ.


ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.


ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ເປັນ​ຜູ້ກົກ ແລະ ເປັນ​ຜູ້ສຸດທ້າຍ.


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka