Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເພາະ​ເຈົ້າ​ໄດ້​ຖື​ຮັກສາ​ຄຳສັ່ງ​ຂອງເຮົາ ທີ່​ໃຫ້​ມີ​ຄວາມ​ອົດທົນ​ຢ່າງ​ພາກພຽນ, ຝ່າຍ​ເຮົາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄາວ​ຍາກ​ລຳບາກ ທີ່​ຈະ​ມີ​ເທິງ​ແຜ່ນດິນ​ໂລກ​ນີ້ ເພື່ອ​ຈະ​ທົດລອງ​ໃຈ​ຄົນ​ທັງປວງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña




ພຣະນິມິດ 3:10
30 Jak'a apnaqawi uñst'ayäwi  

ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.


ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.


ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂ່າວປະເສີດ​ຖືກ​ປະກາດ​ໄປ​ທີ່​ໃດ​ກໍ​ຕາມ​ໃນ​ທົ່ວ​ໂລກ, ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ກ່າວ​ອອກ​ໄປ​ເໝືອນກັນ, ເພື່ອ​ເປັນ​ການລະນຶກ​ເຖິງ​ນາງ”.


ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ພົນລະເມືອງ​ໃນ​ທົ່ວ​ທັງ​ຈັກກະພົບ​ໂຣມ​ໄປ​ຈົດທະບຽນ​ສຳມະໂນຄົວ.


“ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ກ່ອນອື່ນ ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ, ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຖືກ​ກ່າວ​ໄປ​ທົ່ວ​ໂລກ.


ບໍ່​ມີ​ການທົດລອງ​ໃດໆ​ເກີດຂຶ້ນ​ກັບ​ພວກເຈົ້າ​ທັງຫລາຍ ນອກຈາກ​ການທົດລອງ​ທີ່​ເກີດຂຶ້ນ​ກັບ​ມະນຸດ​ທົ່ວໄປ. ແລະ ພຣະເຈົ້າ​ສັດຊື່; ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຖືກ​ທົດລອງ​ເກີນກວ່າ​ສິ່ງ​ພວກເຈົ້າ​ຈະ​ທົນ​ໄດ້. ແຕ່​ເມື່ອ​ພວກເຈົ້າ​ຖືກ​ທົດລອງ ພຣະອົງ​ຈະ​ໃຫ້​ພວກເຈົ້າ​ມີ​ທາງ​ອອກ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ການທົດລອງ​ນັ້ນ​ໄດ້.


ເຫດສະນັ້ນ ຈົ່ງ​ສວມ​ຍຸດທະພັນ​ຄົບ​ຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ເມື່ອ​ວັນ​ຊົ່ວຮ້າຍ​ມາ​ເຖິງ ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ໄດ້ ແລະ ຫລັງຈາກ​ພວກເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ແລ້ວ​ກໍ​ຢືນ​ຕົວ​ຢູ່​ໄດ້.


ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຕົ້ນໝາກເດື່ອ​ຈະ​ເກີດໝາກ​ເປັນ​ໝາກກອກ ຫລື ເຄືອອະງຸ່ນ​ຈະ​ເກີດໝາກ​ເປັນ​ໝາກເດື່ອ​ໄດ້​ບໍ? ເຊັ່ນ​ດຽວ​ກັນ ບໍ່ນ້ຳ​ເຄັມ​ກໍ​ບໍ່​ສາມາດ​ຜະລິດ​ນ້ຳຈືດ​ໄດ້.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ​ກັບ​ການທົດລອງ​ອັນ​ເຈັບປວດ​ທີ່​ພວກເຈົ້າ​ປະເຊີນ​ຢູ່​ເໝືອນ​ກັບ​ວ່າ​ມີ​ສິ່ງ​ແປກປະຫລາດ​ເກີດ​ຂຶ້ນ​ກັບ​ພວກເຈົ້າ.


ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


ຜູ້​ອາໄສ​ຢູ່​ໃນ​ແຜ່ນດິນໂລກ​ຈະ​ເບິ່ງ​ສົບ​ຂອງ​ພວກເພິ່ນ​ດ້ວຍ​ຄວາມດີໃຈ ແລະ ຈະ​ສະເຫລີມ​ສະຫລອງ​ໂດຍ​ໃຫ້​ຂອງຂວັນ​ແກ່​ກັນ, ເພາະ​ຜູ້ທຳນວາຍ​ທັງ​ສອງ​ນີ້​ໄດ້​ທໍລະມານ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ໂລກ.


“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.


ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.


ໃນ​ເລື່ອງ​ນີ້​ຄົນ​ຂອງ​ພຣະເຈົ້າ​ຜູ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ແລະ ຍັງ​ສັດຊື່​ຕໍ່​ພຣະເຢຊູເຈົ້າ​ຈະ​ຕ້ອງ​ມີ​ມານະອົດທົນ.


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.


ພວກມັນ​ເປັນ​ວິນຍານ​ຂອງ​ມານຮ້າຍ​ທີ່​ເຮັດ​ໝາຍສຳຄັນ​ຕ່າງໆ, ພວກມັນ​ອອກ​ໄປ​ຫາ​ກະສັດ​ທົ່ວ​ໂລກ​ເພື່ອ​ເຕົ້າໂຮມ​ກະສັດ​ເຫລົ່ານັ້ນ​ມາ​ເຮັດ​ການຕໍ່ສູ້​ໃນ​ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


ບັນດາ​ກະສັດ​ທົ່ວ​ໂລກ​ໄດ້​ເຮັດ​ຜິດສິນທຳທາງເພດ​ກັບ​ນາງ, ແລະ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ກໍ​ເມົາ​ເຫລົ້າອະງຸ່ນ​ແຫ່ງ​ການຜິດສິນທຳທາງເພດ​ຂອງ​ນາງ”.


ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແຕ່​ບັດນີ້​ບໍ່​ມີຊີວິດ​ຢູ່, ມັນ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ແລະ ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ. ຄົນ​ທັງຫລາຍ​ທີ່​ຢູ່​ແຜ່ນດິນໂລກ​ຜູ້​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ໜັງສື​ແຫ່ງ​ຊີວິດ​ຕັ້ງແຕ່​ສ້າງ​ໂລກ​ຈະ​ປະຫລາດໃຈ​ເມື່ອ​ພວກເຂົາ​ໄດ້​ເຫັນ​ສັດຮ້າຍ​ນີ້, ເພາະ​ຄັ້ງ​ໜຶ່ງ​ມັນ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່, ແຕ່​ມັນ​ຈະ​ມາ​ໃນ​ອະນາຄົດ.


ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.


ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ, ຜູ້​ບໍລິສຸດ ແລະ ຜູ້​ເປັນ​ຄວາມ​ຈິງ, ອີກ​ດົນປານໃດ​ພຣະອົງ​ຈຶ່ງ​ຈະ​ພິພາກສາ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ ແລະ ແກ້ແຄ້ນ​ແທນ​ເລືອດ​ຂອງ​ພວກຂ້ານ້ອຍ?”


ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່​ນັ້ນ, ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ວິບັດ! ວິບັດ! ວິບັດ​ແກ່​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ, ເພາະ​ສຽງ​ແກ​ຂອງ​ເທວະດາ​ອີກ​ສາມ​ຕົນ​ທີ່​ກຳລັງ​ຈະ​ເປົ່າ​ນັ້ນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka