Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 “ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ຖື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ ດາວ​ທັງ​ເຈັດ​ດວງ. ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ມີ​ຊື່ສຽງ​ໃນ​ການ​ມີຊີວິດ​ຢູ່ ແຕ່​ເຈົ້າ​ໄດ້​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 “ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ທີ່​ມີ​ພຣະວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ​ດາວ​ທັງ​ເຈັດ​ດວງ ຊົງ​ກ່າວ​ດັ່ງນີ້​ວ່າ, ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ທີ່​ຊື່​ວ່າ​ຍັງ​ມີ​ຊີວິດ​ຢູ່. ເຖິງ​ແມ່ນ​ເຈົ້າ​ໄດ້​ຕາຍໄປ​ແລ້ວ​ກໍຕາມ.

Uka jalj uñjjattʼäta Copia luraña




ພຣະນິມິດ 3:1
30 Jak'a apnaqawi uñst'ayäwi  

ເພາະ​ລູກຊາຍ​ຄົນ​ນີ້​ຂອງ​ເຮົາ​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ, ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ພາກັນ​ສະຫລອງ.


ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.


ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.


ແລະ ເຮົາ​ເອງ​ກໍ​ບໍ່​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ, ແຕ່​ຜູ້​ທີ່​ໃຊ້​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ໄດ້​ກ່າວ​ກັບ​ເຮົາ​ໄວ້​ວ່າ, ‘ເຈົ້າ​ເຫັນ​ພຣະວິນຍານ​ລົງມາ​ສະຖິດ​ຢູ່​ເທິງ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ຜູ້​ທີ່​ຈະ​ໃຫ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’.


ເມື່ອ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ເປົ່າ​ລົມຫາຍໃຈ​ອອກ​ໃສ່​ພວກເພິ່ນ​ພ້ອມ​ທັງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ພຣະວິນຍານບໍລິສຸດເຈົ້າ.


ເພາະ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ​ກໍ​ຈະ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ, ເພາະວ່າ​ພຣະເຈົ້າ​ມອບ​ພຣະວິນຍານ​ໃຫ້​ໂດຍ​ບໍ່​ຈຳກັດ.


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ສ່ວນ​ພວກເຈົ້າ​ນັ້ນ, ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ແລະ ໃນ​ຄວາມບາບ​ຂອງ​ພວກເຈົ້າ,


ຈຶ່ງ​ເຮັດ​ໃຫ້​ພວກເຮົາ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ ແມ່ນແຕ່​ເມື່ອ​ພວກເຮົາ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ຄື​ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ດ້ວຍ​ພຣະຄຸນ.


ເມື່ອ​ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ຄວາມບາບ​ຂອງ​ພວກເຈົ້າ ແລະ ໃນ​ການ​ບໍ່​ໄດ້​ຮັບພິທີຕັດ​ຝ່າຍ​ເນື້ອກາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ, ພຣະອົງ​ໃຫ້​ອະໄພ​ຄວາມບາບ​ທັງໝົດ​ຂອງ​ພວກເຮົາ,


ແຕ່​ແມ່ໝ້າຍ​ທີ່​ດຳເນີນຊີວິດ​ຢູ່​ເພື່ອ​ຫາ​ຄວາມສະໜຸກສະໜານ​ນັ້ນ​ກໍ​ຕາຍ​ແລ້ວ​ທັງ​ເປັນ.


ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


ຄົນ​ເຫລົ່ານີ້​ເປັນ​ຮອຍ​ຕຳໜິ​ໃນ​ງານລ້ຽງ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ພວກເຂົາ​ຮ່ວມ​ກິນ​ກັບ​ພວກເຈົ້າ​ໂດຍ​ບໍ່​ຢ້ານກົວ​ເລິີຍ ເປັນ​ເໝືອນ​ຄົນລ້ຽງແກະ​ທີ່​ລ້ຽງ​ແຕ່​ຕົນເອງ. ພວກເຂົາ​ເປັນ​ເມກ​ທີ່​ບໍ່​ມີ​ຝົນ, ຖືກ​ພັດ​ໄປ​ຕາມ​ລົມ, ເປັນ​ຕົ້ນໄມ້​ທີ່​ບໍ່​ເກີດຜົນ​ຕາມ​ລະດູ ແລະ ຖືກ​ຖອນ​ຮາກ​ຖອນ​ເຫງົ້າ​ຕາຍ​ແລ້ວ​ຕາຍ​ອີກ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.


ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ຄວາມຮັກ ແລະ ຄວາມເຊື່ອ​ຂອງ​ເຈົ້າ, ການ​ຮັບໃຊ້ ແລະ ຄວາມອົດທົນບາກບັ່ນ​ຂອງ​ເຈົ້າ ແລະ ເຮົາ​ຮູ້​ວ່າ​ປັດຈຸບັນ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ເຫລົ່ານີ້​ຫລາຍຂຶ້ນ​ກວ່າ​ຕອນ​ທຳອິດ.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ພາລະກິດ​ອັນ​ຍາກລຳບາກ​ຂອງ​ເຈົ້າ ແລະ ຄວາມອົດທົນ​ຂອງ​ເຈົ້າ. ເຮົາ​ຮູ້​ວ່າ​ເຈົ້າ​ບໍ່​ສາມາດ​ທົນທານ​ຕໍ່​ຄົນ​ຊົ່ວຮ້າຍ​ໄດ້, ເຈົ້າ​ໄດ້​ທົດລອງ​ບັນດາ​ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ອັກຄະສາວົກ​ແຕ່​ບໍ່​ໄດ້​ເປັນ ແລະ ເຈົ້າ​ກໍ​ພົບ​ໄດ້​ວ່າ​ພວກເຂົາ​ຕົວະ.


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ບໍ່​ເຢັນ​ບໍ່​ຮ້ອນ. ເຮົາ​ຢາກ​ໃຫ້​ເຈົ້າ​ເປັນ​ຢ່າງ​ໃດ​ຢ່າງ​ໜຶ່ງ!


ຈົ່ງ​ຕື່ນ​ຂຶ້ນ! ເສີມກຳລັງ​ສ່ວນ​ທີ່​ເຫລືອ​ຢູ່ ແລະ ສ່ວນ​ທີ່​ກຳລັງ​ຈະ​ຕາຍ​ນັ້ນ, ເພາະ​ເຮົາ​ພົບ​ວ່າ​ການກະທຳ​ຂອງ​ເຈົ້າ​ບໍ່​ສຳເລັດ​ໃນ​ສາຍຕາ​ພຣະເຈົ້າ​ຂອງ​ເຮົາ.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.


ມີ​ແສງ​ຟ້າແມບເຫລື້ອມ, ສຽງ​ດັງກ້ອງ ແລະ ສຽງ​ຟ້າຮ້ອງ​ມາ​ຈາກ​ບັນລັງ. ຕໍ່ໜ້າ​ບັນລັງ​ນັ້ນ​ມີ​ຕະກຽງ​ເຈັດ​ອັນ​ຮຸ່ງ​ຢູ່. ສິ່ງ​ເຫລົ່ານີ້​ແມ່ນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka