Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:7 - ພຣະຄຳພີລາວສະບັບສະໄໝໃໝ່

7 “ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 “ແລະ​ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຖື​ຮັກສາ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້.”

Uka jalj uñjjattʼäta Copia luraña




ພຣະນິມິດ 22:7
12 Jak'a apnaqawi uñst'ayäwi  

ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອ່ານ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ນີ້​ດ້ວຍ​ສຽງ​ດັງໆ ແລະ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້ຍິນ​ແລ້ວ​ຈື່ຈຳ​ໃສ່​ໃຈ​ໃນ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ນີ້, ເພາະ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.


ເຫດສະນັ້ນ ຈົ່ງ​ກັບໃຈໃໝ່! ບໍ່​ດັ່ງນັ້ນ, ເຮົາ​ຈະ​ມາ​ຫາ​ເຈົ້າ​ໄວໆ​ນີ້ ແລະ ເຮົາ​ຈະ​ຕໍ່ສູ້​ກັບ​ພວກເຂົາ​ດ້ວຍ​ດາບ​ແຫ່ງ​ປາກ​ຂອງ​ເຮົາ.


“ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.


ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ໃນ​ໜັງສືມ້ວນ​ນີ້​ວ່າ: ຖ້າ​ຜູ້ໃດ​ເພີ່ມເຕີມ​ສິ່ງໃດ​ລົງ​ໄປ, ພຣະເຈົ້າ​ຈະ​ເພີ່ມເຕີມ​ໄພພິບັດ​ທີ່​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້​ໃຫ້​ແກ່​ຜູ້​ນັ້ນ.


ແລະ ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ຈາກ​ຄຳທຳນວາຍ​ນີ້, ພຣະເຈົ້າ​ຈະ​ຕັດ​ສ່ວນແບ່ງ​ຂອງ​ຜູ້​ນັ້ນ​ອອກຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ໃນ​ເມືອງ​ສັກສິດ​ນັ້ນ ເຊິ່ງ​ໄດ້​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້.


ພຣະອົງ​ຜູ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ກ່າວ​ວ່າ, “ແນ່ນອນ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້”. ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍ​ມາ​ເຖີດ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ. ອາແມນ.


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ມົງກຸດ​ຂອງ​ເຈົ້າ​ໄປ​ໄດ້.


ເຫດສະນັ້ນ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໄວ້ ແລະ ໄດ້​ຍິນ, ຈົ່ງ​ຢຶດຖື​ສິ່ງ​ນັ້ນ​ໄວ້ ແລະ ກັບໃຈໃໝ່. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕື່ນ​ຂຶ້ນ, ເຮົາ​ຈະ​ມາ​ເໝືອນດັ່ງ​ຂະໂມຍ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ເວລາ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka