Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ. ອາແມນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ເທີ້ນ ອາແມນ.

Uka jalj uñjjattʼäta Copia luraña




ພຣະນິມິດ 22:21
9 Jak'a apnaqawi uñst'ayäwi  

ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ທຳລາຍ​ຊາຕານ​ໄວ້​ໃຕ້​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ທ່ານ​ໄຄໂຢ ຜູ້​ທີ່​ມີ​ນໍ້າໃຈ​ຕ້ອນຮັບ​ເຮົາ​ກັບ​ທັງ​ຄຣິສຕະຈັກ​ບ່ອນ​ນີ້ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. ເອຣາຊະໂຕ ຜູ້​ອຳນວຍການ​ຝ່າຍ​ກິດຈະການ​ສາທາລະນະ​ຂອງ​ເມືອງ​ນີ້ ແລະ ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພຣະເຈົ້າ ແລະ ຄວາມ​ສາມັກຄີທຳ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ໂຢຮັນ​ໄດ້​ເປັນ​ພະຍານ​ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ນັ້ນ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູຄຣິດເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,


“ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka