ພຣະນິມິດ 22:19 - ພຣະຄຳພີລາວສະບັບສະໄໝໃໝ່19 ແລະ ຖ້າຜູ້ໃດຕັດຂໍ້ຄວາມຈາກຄຳທຳນວາຍນີ້, ພຣະເຈົ້າຈະຕັດສ່ວນແບ່ງຂອງຜູ້ນັ້ນອອກຈາກຕົ້ນໄມ້ແຫ່ງຊີວິດ ແລະ ໃນເມືອງສັກສິດນັ້ນ ເຊິ່ງໄດ້ບັນລະຍາຍໄວ້ໃນໜັງສືມ້ວນນີ້. Uka jalj uñjjattʼätaພຣະຄຳພີສັກສິ19 ຖ້າຜູ້ໃດຕັດຂໍ້ຄວາມໃດໜຶ່ງ ອອກຈາກຄຳທຳນວາຍໃນໜັງສືມ້ວນນີ້ ພຣະເຈົ້າຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນ ອອກຈາກຕົ້ນໄມ້ແຫ່ງຊີວິດ ແລະແຫ່ງນະຄອນສັກສິດ ຊຶ່ງໄດ້ຂຽນໄວ້ໃນໜັງສືມ້ວນນີ້.” Uka jalj uñjjattʼäta |
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງໜຶ່ງຈາກສະຫວັນກ່າວວ່າ, “ຈົ່ງຂຽນດັ່ງນີ້: ນັບແຕ່ນີ້ໄປຄວາມສຸກມີແກ່ບັນດາຜູ້ທີ່ຕາຍແລ້ວຄືຜູ້ທີ່ຕາຍໃນອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າກ່າວວ່າ, “ແມ່ນແລ້ວ, ພວກເຂົາຈະພັກຜ່ອນຈາກການເຮັດວຽກຂອງຕົນ ເພາະຜົນງານຂອງພວກເຂົາຈະຕິດຕາມພວກເຂົາໄປ”.
ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະຕັ້ງຜູ້ນັ້ນໃຫ້ເປັນເສົາໜຶ່ງໃນວິຫານຂອງພຣະເຈົ້າຂອງເຮົາ. ພວກເຂົາຈະບໍ່ຈາກວິຫານໄປອີກຈັກເທື່ອ. ເຮົາຈະຈາລຶກນາມແຫ່ງພຣະເຈົ້າຂອງເຮົາ ແລະ ຊື່ນະຄອນຂອງພຣະເຈົ້າຂອງເຮົາຄືເຢຣູຊາເລັມໃໝ່, ເຊິ່ງພຣະເຈົ້າຂອງເຮົາກຳລັງສົ່ງລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາໄວ້ເທິງໂຕຂອງພວກເຂົາ ແລະ ເຮົາຈະຈາລຶກນາມໃໝ່ຂອງເຮົາໄວ້ເທິງໂຕຂອງພວກເຂົາເໝືອນກັນ.