Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.

Uka jalj uñjjattʼäta Copia luraña




ພຣະນິມິດ 22:15
29 Jak'a apnaqawi uñst'ayäwi  

“ຢ່າ​ເອົາ​ຂອງ​ສັກສິດ​ໃຫ້​ແກ່​ໝາ, ຢ່າ​ໂຍນ​ໄຂ່ມຸກ​ຂອງ​ເຈົ້າ​ໃຫ້​ໝູ. ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ, ພວກມັນ​ຈະ​ຢຽບຢ່ຳ​ໄວ້​ພື້ນ​ຕີນ​ຂອງ​ພວກມັນ, ແລ້ວ​ກັບ​ຄືນ​ມາ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ.


ແຕ່​ພົນລະເມືອງ​ຂອງ​ອານາຈັກ​ນັ້ນ​ຈະ​ຖືກ​ໂຍນຖິ້ມ​ອອກ​ໄປ​ຂ້າງນອກ​ຢູ່​ໃນ​ຄວາມມືດ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ”.


ໃນ​ພວກເຈົ້າ​ມີ​ຜູ້ໃດ​ແດ່​ທີ່​ພິສູດ​ໄດ້​ວ່າ​ເຮົາ​ເຮັດ​ບາບ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?


ພວກເຂົາ​ໄດ້​ຕິດຕາມ​ລາວ​ເພາະ​ໄດ້​ອັດສະຈັນ​ໃຈ​ໃນ​ເວດມົນຄາຖາ​ຂອງ​ລາວ​ມາ​ແຕ່​ດົນນານ.


ຈົ່ງ​ລະວັງ​ພວກໝາ​ເຫລົ່ານັ້ນ, ພວກຄົນ​ເຮັດ​ຊົ່ວ​ເຫລົ່ານັ້ນ, ພວກຄົນ​ທີ່​ປາດ​ເນື້ອ​ເຖືອໜັງ​ເຫລົ່ານັ້ນ.


ເພາະ​ສິ່ງ​ເຫລົ່ານີ້ ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ກຳລັງ​ຈະ​ມາ​ເຖິງ.


ຄົນ​ຜິດສິນທຳທາງເພດ ແລະ ບັນດາ​ຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດ​ກັບ​ຄົນຂີ້ຕົວະ ແລະ ຄົນ​ໃຫ້​ຄຳພະຍານ​ບໍ່​ຈິງ ແລະ ສິ່ງ​ອື່ນ​ອີກ​ທີ່​ຂັດ​ກັບ​ຄຳສອນ​ອັນ​ມີ​ຫລັກ.


ແສງ​ຂອງ​ຕະກຽງ ຈະ​ບໍ່​ສ່ອງແສງ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ອີກ​ຈັກເທື່ອ. ພໍ່ຄ້າ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ຄົນສຳຄັນ​ຂອງ​ໂລກ. ເຈົ້າ​ໄດ້​ໃຊ້​ເວດມົນຄາຖາ​ຫລອກລວງ​ບັນດາ​ປະຊາຊາດ​ໃຫ້​ຫລົງ​ໄປ.


ບໍ່​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ຜູ້ໃດ​ທີ່​ເຮັດ​ສິ່ງ​ທີ່​ໜ້າອັບອາຍ ຫລື ຫລອກລວງ ຈະ​ເຂົ້າ​ໃນ​ນະຄອນ​ນີ້​ໄດ້​ເລີຍ, ມີ​ແຕ່​ບັນດາ​ຜູ້​ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ເທົ່ານັ້ນ​ຈຶ່ງ​ຈະ​ເຂົ້າ​ໄດ້.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka