Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ເປັນ​ຜູ້ກົກ ແລະ ເປັນ​ຜູ້ສຸດທ້າຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເຮົາ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ຜູ້ກົກ​ແລະ​ເປັນ​ຜູ້​ສຸດທ້າຍ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ.”

Uka jalj uñjjattʼäta Copia luraña




ພຣະນິມິດ 22:13
10 Jak'a apnaqawi uñst'ayäwi  

ຖ້າ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ບຸດມະນຸດ, ພຣະເຈົ້າ​ເອງ​ກໍ​ຈະ​ໃຫ້​ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ຮ່ວມ​ກັນ​ກັບ​ພຣະອົງ ແລະ ຈະ​ໃຫ້​ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ໃນ​ທັນທີ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ເມື່ອ​ຂ້າພະເຈົ້າ​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມລົງ​ທີ່​ຕີນ​ຂອງ​ພຣະອົງ​ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ. ຫລັງຈາກ​ນັ້ນ ພຣະອົງ​ວາງ​ມື​ຂວາ​ຂອງ​ພຣະອົງ​ເທິງ​ຂ້າພະເຈົ້າ ແລະ ກ່າວ​ວ່າ: “ຢ່າ​ຢ້ານ​ເລີຍ. ເຮົາ​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ.


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka