Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:12 - ພຣະຄຳພີລາວສະບັບສະໄໝໃໝ່

12 “ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 “ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.

Uka jalj uñjjattʼäta Copia luraña




ພຣະນິມິດ 22:12
19 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ດັ່ງນັ້ນ ພວກເຮົາ​ແຕ່ລະຄົນ​ຈະ​ຕ້ອງ​ລາຍງານ​ເລື່ອງ​ຂອງ​ຕົນ​ເອງ​ຕໍ່​ພຣະເຈົ້າ.


ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຍັງ​ຄົງ​ຢູ່ ຜູ້​ກໍ່​ນັ້ນ​ກໍ​ຈະ​ໄດ້ຮັບ​ລາງວັນ.


ຜູ້​ປູກ ແລະ ຜູ້​ຫົດນ້ຳ​ກໍ​ມີ​ຈຸດປະສົງ​ດຽວ​ກັນ ແລະ ພວກເຂົາ​ແຕ່ລະຄົນ​ກໍ​ຈະ​ໄດ້ຮັບ​ບຳເໜັດ​ຕາມ​ການງານ​ຂອງ​ຕົນ.


ບັນດາ​ປະຊາຊາດ​ກໍ​ໂກດຮ້າຍ, ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເວລາ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ​ສຳລັບ​ພິພາກສາ​ຄົນ​ທີ່​ໄດ້​ຕາຍ​ແລ້ວ, ແລະ ເພື່ອ​ມອບ​ບຳເໜັດ​ແກ່​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ແກ່​ບັນດາ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢຳເກງ​ນາມ​ຂອງ​ພຣະອົງ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນ​ເວລາ​ສຳລັບ​ການທຳລາຍ​ບັນດາ​ຜູ້​ທີ່​ທຳລາຍ​ໂລກ”.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.


ພຣະອົງ​ຜູ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ກ່າວ​ວ່າ, “ແນ່ນອນ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້”. ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍ​ມາ​ເຖີດ.


“ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ມົງກຸດ​ຂອງ​ເຈົ້າ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka