Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຜູ້​ທີ່​ເຮັດຜິດ​ກໍ​ໃຫ້​ເຮັດຜິດ​ຕໍ່ໄປ, ຜູ້​ທີ່​ຊົ່ວຊ້າ​ກໍ​ໃຫ້​ຊົ່ວຊ້າ​ຕໍ່ໄປ, ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໄປ ແລະ ຜູ້​ທີ່​ເປັນ​ຄົນ​ບໍລິສຸດ​ກໍ​ໃຫ້​ເປັນ​ຄົນ​ບໍລິສຸດ​ຕໍ່ໄປ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຜູ້ໃດ​ທີ່​ເຮັດ​ຊົ່ວ ກໍ​ໃຫ້​ເຮັດ​ຊົ່ວ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນຊົ່ວຊ້າ ກໍ​ໃຫ້​ເປັນ​ຄົນຊົ່ວຊ້າ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນ​ຊອບທຳ ກໍ​ໃຫ້​ເຮັດ​ການ​ຊອບທຳ​ຕໍ່ໄປ ແລະ​ຜູ້ໃດ​ທີ່​ເປັນ​ຄົນ​ບໍຣິສຸດ ກໍ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຕໍ່ໄປ.”

Uka jalj uñjjattʼäta Copia luraña




ພຣະນິມິດ 22:11
22 Jak'a apnaqawi uñst'ayäwi  

ຢ່າ​ສົນ​ນໍາ​ພວກເຂົາ, ພວກເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ. ຖ້າ​ຄົນ​ຕາບອດ​ນຳທາງ​ໃຫ້​ຄົນ​ຕາບອດ ທັງ​ສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ”.


ເມື່ອ​ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ຢູ່​ແຄມ​ທາງ ພຣະອົງ​ຈຶ່ງ​ຍ່າງ​ເຂົ້າໄປ​ໃກ້ ແລະ ເຫັນ​ວ່າ​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ວ່າ, “ເຈົ້າ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ!” ໃນ​ທັນໃດ​ນັ້ນ ຕົ້ນໝາກເດື່ອ​ນັ້ນ​ກໍ​ຫ່ຽວແຫ້ງ​ລົງ.


“ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ອອກ​ໄປ​ຊື້​ນໍ້າມັນ​ຢູ່​ນັ້ນ, ເຈົ້າບ່າວ​ກໍ​ມາ​ຮອດ. ພວກສາວບໍລິສຸດ​ທີ່​ຕຽມພ້ອມ​ຢູ່​ແລ້ວ​ກໍ​ເຂົ້າໄປ​ກັບ​ເຈົ້າບ່າວ​ໃນ​ງານກິນລ້ຽງ​ສົມລົດ ແລະ ປະຕູ​ກໍ​ອັດ.


ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະບິດາເຈົ້າ​ໃນ​ສະຫວັນ. ພຣະອົງ​ໃຫ້​ດວງຕາເວັນ​ຂອງ​ພຣະອົງ​ຂຶ້ນ​ແກ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ, ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນຊອບທຳ ແລະ ຄົນອະທຳ.


ຜູ້ໃດ​ອຶດຫິວ ແລະ ກະຫາຍ​ຫາ​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ອີ່ມບໍລິບູນ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເຂົາ​ອີກ​ເທື່ອ​ໜຶ່ງ​ວ່າ, “ເຮົາ​ກຳລັງ​ຈະ​ໄປ ແລ້ວ​ພວກເຈົ້າ​ຈະ​ຊອກຫາ​ເຮົາ ແລະ ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ. ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.


ແລະ ເພື່ອ​ຖວາຍ​ຄຣິສຕະຈັກ​ນັ້ນ​ແກ່​ພຣະອົງ​ເອງ​ເປັນ​ຄຣິສຕະຈັກ​ທີ່​ສະຫງ່າງາມ, ປາດສະຈາກ​ຮອຍ​ດ່າງ ຫລື ຮອຍ​ຫຍໍ່ ຫລື ຕຳໜິ​ໃດໆ ແຕ່​ບໍລິສຸດ ແລະ ບໍ່ມີຕຳໜິ.


ແຕ່​ບັດນີ້ ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຄືນດີ​ກັບ​ພຣະອົງ​ໂດຍ​ການຕາຍ​ທາງ​ດ້ານ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ເພື່ອ​ຖວາຍ​ພວກເຈົ້າ​ໃຫ້​ເປັນ​ຜູ້​ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນ​ຈາກ​ຂໍ້ກ່າວຫາ​ຕໍ່ໜ້າ​ພຣະອົງ.


ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


ມີ​ໝາກເຫັບ​ຂະໜາດ​ໃຫຍ່​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ຄົນ​ທັງປວງ ແຕ່ລະກ້ອນ​ໜັກ​ປະມານ 45 ກິໂລກຣາມ ແລະ ພວກເຂົາ​ໄດ້​ປ້ອຍ​ດ່າ​ພຣະເຈົ້າ​ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ ເພາະວ່າ​ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ.


ທີ່​ນັ້ນ​ບໍ່​ມີ​ການສາບແຊ່ງ​ໃດໆ​ອີກ​ຕໍ່ໄປ. ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຮັບໃຊ້​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka