Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ ທີ່​ຖື​ຂັນ​ແຫ່ງ​ໄພພິບັດ​ເຈັດ​ປະການ​ສຸດທ້າຍ​ນັ້ນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ເຊີນ​ມາ, ເຮົາ​ຈະ​ໃຫ້​ທ່ານ​ເບິ່ງ​ເຈົ້າສາວ ຄູ່​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ໄພພິບັດ​ສຸດທ້າຍ ທັງ​ເຈັດ​ປະການ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້ ເຮົາ​ຈະ​ພາ​ເຈົ້າ​ໄປ​ເບິ່ງ​ເຈົ້າສາວ​ທີ່​ເປັນ​ພັນລະຍາ​ຂອງ​ພຣະ​ເມສານ້ອຍ.”

Uka jalj uñjjattʼäta Copia luraña




ພຣະນິມິດ 21:9
10 Jak'a apnaqawi uñst'ayäwi  

ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ​ທີ່​ຖື​ຂັນ​ເຈັດ​ໜ່ວຍ​ນັ້ນ​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ມາ, ເຮົາ​ຈະ​ສະແດງ​ໃຫ້​ທ່ານ​ເຫັນ​ການ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ຜູ້​ນັ່ງ​ຢູ່​ເທິງ​ແມ່ນ້ຳ​ທັງຫລາຍ​ນັ້ນ.


ໃຫ້​ພວກເຮົາ​ທັງຫລາຍ​ຊື່ນຊົມຍິນດີ ແລະ ຍິນດີ ແລະ ຖວາຍ​ກຽດ​ແກ່​ພຣະອົງ! ເພາະ​ງານສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ໄດ້​ມາ​ເຖິງ​ແລ້ວ, ແລະ ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມໂຕ​ພ້ອມ​ແລ້ວ.


ເທວະດາ​ນັ້ນ​ຍັງ​ໄດ້​ແທກ​ກຳແພງ​ໂດຍ​ໃຊ້​ເຄື່ອງວັດແທກ​ຂອງ​ມະນຸດ, ແລະ ມີ​ຄວາມໜາ 144 ສອກ.


ຂ້າພະເຈົ້າ​ໄດ້​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ໃໝ່​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ, ນະຄອນ​ນີ້​ໄດ້​ຮັບ​ການຈັດຕຽມ​ໄວ້​ເໝືອນ​ເຈົ້າສາວ​ແຕ່ງໂຕ​ງົດງາມ​ລໍຖ້າ​ຮັບ​ຜົວ​ຂອງ​ຕົນ.


ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka