ພຣະນິມິດ 21:8 - ພຣະຄຳພີລາວສະບັບສະໄໝໃໝ່8 ແຕ່ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາຄົນທີ່ໃຊ້ເວດມົນຄາຖາ, ຄົນຂາບໄຫວ້ຮູບເຄົາລົບ ແລະ ຄົນເວົ້າຕົວະທັງໝົດນັ້ນ ພວກເຂົາຈະຖືກສົ່ງລົງສູ່ບຶງໄຟທີ່ມີມາດລຸກໄໝ້ຢູ່. ນີ້ຄືຄວາມຕາຍຄັ້ງທີສອງ”. Uka jalj uñjjattʼätaພຣະຄຳພີສັກສິ8 ສ່ວນຄົນຂີ້ຢ້ານ, ຄົນທໍລະຍົດ, ຄົນປະພຶດໃນສິ່ງທີ່ໜ້າກຽດໜ້າຊັງ, ຜູ້ຂ້າຄົນ, ຄົນປະພຶດຜິດສິນທຳທາງເພດ, ຄົນໃຊ້ເວດມົນຄາຖາ, ຄົນຂາບໄຫວ້ຮູບເຄົາຣົບ ແລະຄົນຂີ້ຕົວະທຸກຄົນນັ້ນ ມໍຣະດົກຂອງຄົນເຫຼົ່ານັ້ນ ແມ່ນບຶງໄຟທີ່ໄໝ້ຢູ່ປົນກັບມາດ ຊຶ່ງເປັນຄວາມຕາຍຄັ້ງທີສອງ.” Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.