Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ໄດ້ຮັບ​ທັງໝົດ​ນີ້​ເປັນ​ມໍລະດົກ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ລູກ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ບຸດ​ຂອງເຮົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:7
26 Jak'a apnaqawi uñst'ayäwi  

ແລະ ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ ເພື່ອ​ເຫັນແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ.


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ ແລະ ສັດຊື່! ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ​ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສິ່ງຂອງ​ຫລາຍຢ່າງ, ຈົ່ງ​ມາ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ!’


“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ແລ່ນ​ມາ​ຫາ​ພຣະອົງ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ຖາມ​ວ່າ, “ອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”


ເພາະ​ພຣະວິນຍານ​ຂອງ​ພຣະເຈົ້າ​ນຳພາ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ບຸດ​ຂອງ​ພຣະເຈົ້າ.


ເພາະ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ຈົດຈໍ່​ຄອຍຖ້າ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ແລະ “ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ລູກຊາຍ​ລູກຍິງ​ຂອງ​ເຮົາ, ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່​ກ່າວ​ດັ່ງນີ້​ແຫລະ”.


ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ຫລັງຈາກ​ສະໄໝ​ນັ້ນ, ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.


ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ບໍ່​ຖືກ​ທຳຮ້າຍ​ໂດຍ​ຄວາມຕາຍ​ຄັ້ງ​ທີ​ສອງ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແລະ ເຮົາ​ຈະ​ໃຫ້​ຫີນ​ຂາວ​ອັນ​ມີ​ຊື່​ໃໝ່​ຈາລຶກ​ໄວ້​ແກ່​ຜູ້​ນັ້ນ ເຊິ່ງ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້ຈັກ.


ນອກຈາກ​ວ່າ​ພວກເຈົ້າ​ຈະ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ຈົນ​ກວ່າ​ເຮົາ​ຈະ​ມາ’.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.


ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ບັນລັງ​ກ່າວ​ວ່າ, “ເບິ່ງແມ! ບັດນີ້​ທີ່ສະຖິດ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ທ່າມກາງ​ມະນຸດ​ແລ້ວ, ພຣະອົງ​ຈະ​ຢູ່​ກັບ​ພວກເຂົາ. ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ພຣະອົງ ແລະ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka