Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:6
26 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ທ່ານ​ບໍ່​ມີ​ສິ່ງໃດ​ທີ່​ຈະ​ໃຊ້​ຕັກ​ນ້ຳ ແລະ ນ້ຳສ້າງ​ກໍ​ເລິກ ທ່ານ​ຈະ​ເອົາ​ນ້ຳ​ທີ່​ມີຊີວິດ​ມາ​ຈາກ​ໃສ?


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ.


ພຣະອົງ​ຜູ້​ບໍ່​ໄດ້​ຫວງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ແຕ່​ໄດ້​ມອບ​ພຣະບຸດ​ນັ້ນ​ໃຫ້​ແກ່​ພວກເຮົາ​ທຸກຄົນ ຖ້າ​ເປັນ​ຢ່າງນັ້ນ​ພຣະອົງ​ຈະ​ບໍ່​ເມດຕາ​ໃຫ້​ທຸກສິ່ງ​ແກ່​ພວກເຮົາ​ພ້ອມ​ກັບ​ພຣະບຸດ​ນັ້ນ​ບໍ?


ພວກເຮົາ​ບໍ່​ໄດ້​ຮັບ​ວິນຍານ​ຂອງ​ໂລກ​ນີ້, ແຕ່​ຮັບ​ພຣະວິນຍານ​ເຊິ່ງ​ມາ​ຈາກ​ພຣະເຈົ້າ, ເພື່ອ​ວ່າ​ພວກເຮົາ​ຈະ​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ເຕັມໃຈ​ໃຫ້​ພວກເຮົາ.


ຖ້າ​ຜູ້ໃດ​ຈະ​ໃຊ້​ຄຳ, ເງິນ, ຫີນ​ທີ່​ມີ​ລາຄາ​ແພງ, ໄມ້, ຫຍ້າ​ແຫ້ງ, ຫລື ເຟືອງແຫ້ງ ເພື່ອ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ,


ດັ່ງນັ້ນ​ແຫລະ ຢ່າ​ໂອ້ອວດ​ເຖິງ​ຜູ້ນຳ​ທີ່​ເປັນ​ມະນຸດ​ອີກ​ເລີຍ! ດ້ວຍວ່າ ສິ່ງ​ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ,


ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນພຽງ​ຜູ້ຮັບໃຊ້​ເທົ່ານັ້ນ, ຄື​ຜູ້​ທີ່​ນຳ​ພວກເຈົ້າ​ມາ​ເຊື່ອ ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ແຕ່ລະຄົນ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ເມື່ອ​ຂ້າພະເຈົ້າ​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມລົງ​ທີ່​ຕີນ​ຂອງ​ພຣະອົງ​ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ. ຫລັງຈາກ​ນັ້ນ ພຣະອົງ​ວາງ​ມື​ຂວາ​ຂອງ​ພຣະອົງ​ເທິງ​ຂ້າພະເຈົ້າ ແລະ ກ່າວ​ວ່າ: “ຢ່າ​ຢ້ານ​ເລີຍ. ເຮົາ​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ.


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


ແລະ ເພິ່ນ​ໄດ້​ສາບານ​ໂດຍ​ອ້າງ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ, ຜູ້​ສ້າງ​ຟ້າສະຫວັນ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ຜູ້​ສ້າງ​ໂລກ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ໂລກ, ທະເລ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ທະເລ ແລະ ກ່າວ​ວ່າ, “ຈະ​ບໍ່​ມີ​ການຊັກຊ້າ​ອີກ​ຕໍ່ໄປ​ແລ້ວ!


ເທວະດາ​ຕົນ​ທີເຈັດ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ອາກາດ ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ບັນລັງ​ໃນ​ວິຫານ​ວ່າ, “ສຳເລັດແລ້ວ!”


ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ເປັນ​ຜູ້ກົກ ແລະ ເປັນ​ຜູ້ສຸດທ້າຍ.


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka