Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ທຸກສິ່ງ​ຂຶ້ນ​ໃໝ່!” ແລ້ວ​ພຣະອົງ​ໄດ້​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ສິ່ງ​ນີ້​ລົງ ເພາະ​ຂໍ້ຄວາມ​ເຫລົ່ານີ້​ແມ່ນ​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ພຣະອົງ​ຜູ້​ຊົງ​ປະທັບ​ເທິງ​ພຣະ​ຣາຊບັນລັງ ໄດ້​ຊົງ​ກ່າວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ສ້າງ​ທຸກສິ່ງ​ທັງປວງ​ຂຶ້ນ​ໃໝ່.” ແລະ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ໄວ້ ເພາະວ່າ​ຖ້ອຍຄຳ​ເຫຼົ່ານີ້​ແມ່ນ​ສັດຊື່​ແລະ​ທ່ຽງແທ້.”

Uka jalj uñjjattʼäta Copia luraña




ພຣະນິມິດ 21:5
14 Jak'a apnaqawi uñst'ayäwi  

ບໍ່​ດອກ, ເຫລົ້າອະງຸ່ນ​ໃໝ່​ຈະ​ຕ້ອງ​ຖອກ​ໃສ່​ໃນ​ຖົງໜັງ​ໃໝ່


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ຄຳ​ວ່າ “ອີກ​ຄັ້ງໜຶ່ງ” ບົ່ງ​ບອກ​ວ່າ​ສິ່ງ​ທີ່​ສາມາດ​ສັ່ນສະເທືອນ​ໄດ້​ຄື​ສິ່ງ​ທີ່​ສ້າງຂຶ້ນ​ນັ້ນ​ຈະ​ຖືກ​ກຳຈັດ​ຖິ້ມ ເພື່ອ​ໃຫ້​ເຫລືອ​ຢູ່​ແຕ່​ສິ່ງ​ທີ່​ບໍ່​ສາມາດ​ສັ່ນສະເທືອນ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


“ເຫດສະນັ້ນ, ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ຂະນະ​ນີ້ ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍໜ້າ.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


ແລະ ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ຈາກ​ຄຳທຳນວາຍ​ນີ້, ພຣະເຈົ້າ​ຈະ​ຕັດ​ສ່ວນແບ່ງ​ຂອງ​ຜູ້​ນັ້ນ​ອອກຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ໃນ​ເມືອງ​ສັກສິດ​ນັ້ນ ເຊິ່ງ​ໄດ້​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້.


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.


ໃນ​ທັນໃດ​ນັ້ນ ຂ້າພະເຈົ້າ​ກໍ​ຢູ່​ໃນ​ພຣະວິນຍານ ແລະ ຕໍ່ໜ້າ​ຂ້າພະເຈົ້າ​ມີ​ບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ​ພ້ອມ​ດ້ວຍ​ຜູ້​ໜຶ່ງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ.


ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,


ແລ້ວ​ຂ້າພະເຈົ້າ​ເຫັນ​ໜັງສືມ້ວນ​ໃນ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ໜັງສືມ້ວນ​ນີ້​ຂຽນ​ໄວ້​ທັງ​ສອງ​ດ້ານ ແລະ ປະທັບ​ດ້ວຍ​ຕາປະທັບ​ເຈັດ​ດວງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka