Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ບັນລັງ​ກ່າວ​ວ່າ, “ເບິ່ງແມ! ບັດນີ້​ທີ່ສະຖິດ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ທ່າມກາງ​ມະນຸດ​ແລ້ວ, ພຣະອົງ​ຈະ​ຢູ່​ກັບ​ພວກເຂົາ. ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ພຣະອົງ ແລະ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:3
29 Jak'a apnaqawi uñst'ayäwi  

ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ແລະ “ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ລູກຊາຍ​ລູກຍິງ​ຂອງ​ເຮົາ, ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່​ກ່າວ​ດັ່ງນີ້​ແຫລະ”.


ບັດນີ້ ຂໍ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປີດ​ທາງ​ໃຫ້​ແກ່​ພວກເຮົາ​ທີ່​ຈະ​ໄດ້​ມາ​ພົບ​ພວກເຈົ້າ.


ແຕ່​ພວກເພິ່ນ​ປາຖະໜາ​ຫາ​ບ້ານເມືອງ​ທີ່​ດີ​ກວ່າ​ຄື​ເມືອງ​ສະຫວັນ. ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ບໍ່​ໄດ້​ລະອາຍ​ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ​ພຣະເຈົ້າ​ຂອງ​ພວກເພິ່ນ, ເພາະ​ພຣະອົງ​ໄດ້​ຈັດຕຽມ​ເມືອງ​ໜຶ່ງ​ໄວ້​ໃຫ້​ພວກເພິ່ນ​ແລ້ວ.


ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ຫລັງຈາກ​ສະໄໝ​ນັ້ນ, ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.


ແລະ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ຫໍເຕັນ​ແທ້​ທີ່​ອົງພຣະຜູ້ເປັນເຈົ້າ​ຕັ້ງ​ຂຶ້ນ ບໍ່​ແມ່ນ​ມະນຸດ​ຕັ້ງ​ຂຶ້ນ.


ເມື່ອ​ສຽງ​ຟ້າຮ້ອງ​ທັງ​ເຈັດ​ກ່າວ​ຂຶ້ນ, ຂ້າພະເຈົ້າ​ກໍ​ກຳລັງ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ປິດບັງ​ສິ່ງ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ໄວ້ ແລະ ຢ່າ​ຂຽນ​ລົງ​ໄປ”.


ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ຈາກ​ສະຫວັນ​ນັ້ນ​ກໍ​ກ່າວ​ກັບ​ຂ້າພະເຈົ້າ​ອີກ​ວ່າ: “ຈົ່ງ​ໄປ​ຮັບ​ເອົາ​ໜັງສືມ້ວນ​ທີ່​ພື​ອອກ​ຢູ່​ໃນ​ມື​ຂອງ​ເທວະດາ​ຕົນ​ທີ່​ຢືນ​ຢູ່​ເທິງ​ທະເລ ແລະ ເທິງ​ແຜ່ນດິນ​ນັ້ນ”.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ໃນ​ສະຫວັນ​ກ່າວ​ວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ສິດອຳນາດ​ແຫ່ງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເພາະ​ຜູ້​ທີ່​ກ່າວໂທດ​ບັນດາ​ພີ່ນ້ອງ​ຂອງ​ພວກເຮົາ, ຜູ້​ທີ່​ກ່າວໂທດ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ທັງ​ກາງເວັນ ແລະ ກາງຄືນ. ໄດ້​ຖືກ​ໂຍນ​ລົງ​ໄປ​ແລ້ວ.


ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ໄດ້ຮັບ​ທັງໝົດ​ນີ້​ເປັນ​ມໍລະດົກ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ລູກ​ຂອງ​ເຮົາ.


ທີ່​ນັ້ນ​ບໍ່​ມີ​ການສາບແຊ່ງ​ໃດໆ​ອີກ​ຕໍ່ໄປ. ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຮັບໃຊ້​ພຣະອົງ.


ເຫດສະນັ້ນ, “ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະເຈົ້າ ແລະ ຮັບໃຊ້​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ໃນ​ວິຫານ​ຂອງ​ພຣະອົງ, ແລະ ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ຈະ​ກຳບັງ​ພວກເຂົາ​ໄວ້​ດ້ວຍ​ການ​ສະຖິດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka