Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ນະຄອນ​ນີ້​ບໍ່​ຕ້ອງການ​ດວງອາທິດ ຫລື ດວງເດືອນ​ເພື່ອ​ສ່ອງແສງ ເພາະ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ໃຫ້​ແສງສະຫວ່າງ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ຕະກຽງ​ແຫ່ງ​ນະຄອນ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:23
25 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.


ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ໃນ​ພຣະອົງ​ຄື​ຊີວິດ ແລະ ຊີວິດ​ນັ້ນ​ເປັນ​ຄວາມສະຫວ່າງ​ຂອງ​ມະນຸດ.


ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ.


“ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.


ເພື່ອ​ຄົນ​ທັງຫລາຍ​ຈະ​ໄດ້​ຖວາຍກຽດ​ແກ່​ພຣະບຸດ​ເໝືອນ​ທີ່​ພວກເຂົາ​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ. ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ຖວາຍກຽດ​ແກ່​ພຣະບຸດ​ກໍ​ບໍ່​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ຈູງ​ມື​ຂ້າພະເຈົ້າ​ແລ້ວ​ພາ​ເຂົ້າ​ໄປ​ເມືອງ​ດາມັສກັດ ເພາະ​ແສງ​ກ້າ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕາບອດ.


ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ບໍ່​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນມົນທິນ​ຍ້ອນ​ຜູ້ຍິງ ເພາະ​ພວກເພິ່ນ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ​ຢູ່​ສະເໝີ. ພວກເຂົາ​ຕິດຕາມ​ລູກແກະ​ຂອງ​ພຣະເຈົ້າ​ໄປ​ທຸກບ່ອນ​ທີ່​ພຣະອົງ​ໄປ. ພວກເຂົາ​ເປັນ​ຜູ້​ທີ່​ໄດ້​ໄຖ່​ໄວ້​ຈາກ​ມວນມະນຸດ ແລະ ເພື່ອ​ເປັນ​ຜົນທຳອິດ​ຖວາຍ​ແກ່​ພຣະເຈົ້າ ແລະ ລູກແກະ​ຂອງ​ພຣະເຈົ້າ.


ຫລັງຈາກ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເທວະດາ​ຕົນ​ນີ້​ມີ​ສິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ແຜ່ນດິນໂລກ​ໄດ້​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ເພິ່ນ.


ເມືອງ​ນັ້ນ​ສ່ອງແສງ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ປະກາຍ​ຂອງ​ເມືອງ​ນັ້ນ​ເໝືອນດັ່ງ​ອັນຍະມະນີ​ທີ່​ລໍ້າຄ່າ​ທີ່ສຸດ, ເໝືອນດັ່ງ​ໂມຣາ, ໃສ​ເໝືອນດັ່ງ​ແກ້ວ.


ປະຕູ​ທັງຫລາຍ​ຂອງ​ນະຄອນ​ນີ້​ບໍ່​ເຄີຍ​ປິດ, ເພາະ​ຈະ​ບໍ່​ມີ​ກາງຄືນ​ຢູ່​ທີ່​ນັ້ນ.


ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.


ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.


ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka