ພຣະນິມິດ 21:22 - ພຣະຄຳພີລາວສະບັບສະໄໝໃໝ່22 ຂ້າພະເຈົ້າບໍ່ໄດ້ເຫັນວິຫານໃນນະຄອນນີ້ເລີຍ ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່ ແລະ ລູກແກະຂອງພຣະເຈົ້າຄືວິຫານແຫ່ງນະຄອນນັ້ນ. Uka jalj uñjjattʼätaພຣະຄຳພີສັກສິ22 ຂ້າພະເຈົ້າບໍ່ໄດ້ເຫັນມີພຣະວິຫານຢູ່ໃນນະຄອນນັ້ນ ເພາະແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ແລະ ພຣະເມສານ້ອຍ ເປັນພຣະວິຫານຂອງນະຄອນນັ້ນ. Uka jalj uñjjattʼäta |
ສິ່ງທີ່ມີຊີວິດທັງສີ່ນີ້ ແຕ່ລະຕົນມີຫົກປີກ ແລະ ມີຕາເຕັມຢູ່ອ້ອມຮອບ ແມ່ນແຕ່ຢູ່ໃຕ້ປີກ. ສິ່ງທີ່ມີຊີວິດເຫລົ່ານັ້ນຮ້ອງຕະຫລອດທັງກາງເວັນ ແລະ ກາງຄືນບໍ່ຢຸດຈັກເທື່ອວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄືອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່’, ຜູ້ດຳລົງຢູ່ໃນອະດີດ ແລະ ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ຈະມາ”.
ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ເຫັນລູກແກະຂອງພຣະເຈົ້າ, ເບິ່ງຄືວ່າໄດ້ຖືກຂ້າແລ້ວ ກຳລັງຢືນຢູ່ໃຈກາງຂອງບັນລັງ, ອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສ. ລູກແກະຂອງພຣະເຈົ້າມີເຂົາເຈັດອັນ ແລະ ມີຕາເຈັດໜ່ວຍ, ເຊິ່ງເປັນວິນຍານທັງເຈັດຂອງພຣະເຈົ້າທີ່ໃຊ້ອອກໄປທົ່ວແຜ່ນດິນໂລກ.