Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ປະຕູ​ທັງ​ສິບສອງ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ, ແຕ່​ລະ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ໜຶ່ງ​ໜ່ວຍ. ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ​ເປັນ​ຄຳ, ໃສ​ເໝືອນດັ່ງ​ແກ້ວ​ໂປ່ງໃສ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ປະຕູ​ທັງ​ສິບສອງ​ນັ້ນ ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ ປະຕູ​ລະ​ໜ່ວຍ ແລະ​ຖະໜົນ​ໃນ​ນະຄອນ​ນັ້ນ ເປັນ​ຄຳ​ບໍຣິສຸດ​ສ່ອງໃສ​ເໝືອນ​ແກ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:21
10 Jak'a apnaqawi uñst'ayäwi  

ແມ່ຍິງ​ຄົນ​ນັ້ນ​ນຸ່ງເຄື່ອງ​ສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງ​ຖື​ຈອກ​ຄຳ​ໄວ້​ໃນ​ມື​ຂອງ​ນາງ, ເຊິ່ງ​ເຕັມ​ໄປ​ດ້ວຍ​ສິ່ງທີ່ໜ້າກຽດຊັງ ແລະ ຄວາມ​ສົກກະປົກ​ຂອງ​ການ​ຫລິ້ນຊູ້​ຂອງ​ນາງ.


ແລະ ຮ້ອງ​ອອກ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ເຈົ້າ​ນຸ່ງຫົ່ມ​ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າ​ສີມ່ວງ ແລະ ຜ້າ​ສີແດງເຂັ້ມ, ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ!


ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້​ວັດແທກ​ຄຳ​ເພື່ອ​ວັດແທກ​ນະຄອນ, ວັດແທກ​ປະຕູ ແລະ ວັດແທກ​ກຳແພງ​ຂອງ​ນະຄອນ​ນັ້ນ.


ກຳແພງ​ນັ້ນ​ສ້າງ​ດ້ວຍ​ຫີນ​ໂມຣາ ແລະ ນະຄອນ​ນັ້ນ​ສ້າງ​ດ້ວຍ​ຄຳ​ບໍລິສຸດ​ທີ່​ໃສ​ເໝືອນດັ່ງ​ແກ້ວ.


ລົງ​ມາ​ກາງ​ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ. ສອງ​ຟາກ​ຂອງ​ແມ່ນ້ຳ​ນັ້ນ​ມີ​ຕົ້ນໄມ້​ແຫ່ງ​ຊີວິດ​ຕັ້ງ​ຢູ່ ເຊິ່ງ​ເກີດຜົນ​ສິບສອງ​ເທື່ອ, ຄື​ເກີດຜົນ​ທຸກ​ເດືອນ. ແລະ ໃບ​ຂອງ​ຕົ້ນໄມ້​ນັ້ນ​ໃຊ້​ຮັກສາ​ບັນດາ​ປະຊາຊາດ​ໃຫ້​ຫາຍດີ.


ດ້ານໜ້າ​ບັນລັງ​ຍັງ​ມີ​ສິ່ງ​ທີ່​ຄ້າຍຄື​ທະເລ​ແກ້ວ, ໃສ​ເໝືອນ​ແກ້ວ. ໃນ​ບໍລິເວນ​ໃຈກາງ​ອ້ອມຮອບ​ບັນລັງ​ມີ​ສິ່ງທີ່ມີຊີວິດ​ສີ່​ຕົນ ແລະ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ມີ​ຕາ​ເຕັມ​ຢູ່​ທັງ​ດ້ານ​ໜ້າ ແລະ ດ້ານ​ຫລັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka