Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ນະຄອນ​ນັ້ນ​ມີ​ກຳແພງ​ໃຫຍ່, ສູງ, ມີ​ສິບສອງ​ປະຕູ ແລະ ມີ​ເທວະດາ​ສິບສອງ​ຕົນ​ຢູ່​ທີ່​ປະຕູ. ຢູ່​ເທິງ​ປະຕູ​ໄດ້​ຈາລຶກ​ຊື່​ຂອງ​ສິບສອງ​ຕະກູນ​ຂອງ​ອິດສະຣາເອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ນະຄອນ​ນັ້ນ ມີ​ກຳແພງ​ໃຫຍ່​ແລະ​ສູງ, ມີ​ປະຕູ​ສິບສອງ​ປ່ອງ ແລະ​ມີ​ເທວະດາ​ສິບສອງ​ຕົນ​ເຝົ້າ​ຮັກສາ​ຢູ່ ທີ່​ປະຕູ​ໄດ້​ຈາລຶກ​ຊື່​ສິບສອງ​ຕະກຸນ​ຂອງ​ພວກ​ຊາດ​ອິດສະຣາເອນ​ໄວ້.

Uka jalj uñjjattʼäta Copia luraña




ພຣະນິມິດ 21:12
21 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.


“ຢູ່​ຕໍ່ມາ ຂໍທານ​ນັ້ນ​ກໍ​ໄດ້​ຕາຍ ແລະ ບັນດາ​ເທວະດາ​ໄດ້​ຮັບ​ລາວ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ອັບຣາຮາມ. ຝ່າຍ​ເສດຖີ​ຄົນ​ນັ້ນ​ກໍ​ຕາຍ​ໄປ​ເໝືອນກັນ ແລະ ຖືກ​ຝັງ​ໄວ້.


ເປັນ​ຄຳ​ສັນຍາ​ທີ່​ພວກຂ້ານ້ອຍ​ສິບສອງ​ຕະກຸນ​ຫວັງ​ວ່າ​ຈະ​ເປັນຈິງ​ຂະນະ​ທີ່​ພວກເຂົາ​ຮ້ອນຮົນ​ບົວລະບັດ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ. ຂ້າແດ່​ກະສັດ​ອັກຄຣີປາ, ເພາະ​ຄວາມຫວັງ​ນີ້​ເອງ​ພວກ​ຢິວ​ເຫລົ່ານີ້​ຈຶ່ງ​ກ່າວຫາ​ຂ້ານ້ອຍ.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ທິດຕາເວັນອອກ​ມີ​ສາມ​ປະຕູ, ທິດເໜືອ​ມີ​ສາມ​ປະຕູ, ທິດໃຕ້​ມີ​ສາມ​ປະຕູ ແລະ ທິດຕາເວັນຕົກ​ມີ​ສາມ​ປະຕູ.


ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້​ວັດແທກ​ຄຳ​ເພື່ອ​ວັດແທກ​ນະຄອນ, ວັດແທກ​ປະຕູ ແລະ ວັດແທກ​ກຳແພງ​ຂອງ​ນະຄອນ​ນັ້ນ.


ປະຕູ​ທັງຫລາຍ​ຂອງ​ນະຄອນ​ນີ້​ບໍ່​ເຄີຍ​ປິດ, ເພາະ​ຈະ​ບໍ່​ມີ​ກາງຄືນ​ຢູ່​ທີ່​ນັ້ນ.


“ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຊຳລະ​ເສື້ອຄຸມ​ຂອງ​ຕົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຜ່ານ​ປະຕູ​ເຂົ້າ​ສູ່​ນະຄອນ​ນັ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka