Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເມືອງ​ນັ້ນ​ສ່ອງແສງ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ປະກາຍ​ຂອງ​ເມືອງ​ນັ້ນ​ເໝືອນດັ່ງ​ອັນຍະມະນີ​ທີ່​ລໍ້າຄ່າ​ທີ່ສຸດ, ເໝືອນດັ່ງ​ໂມຣາ, ໃສ​ເໝືອນດັ່ງ​ແກ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:11
17 Jak'a apnaqawi uñst'ayäwi  

ແລະ ວິຫານ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າລາສີ ແລະ ລິດອຳນາດ​ຂອງ​ພຣະເຈົ້າ ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເຂົ້າໄປ​ໃນ​ວິຫານ​ໄດ້​ຈົນກວ່າ​ໄພພິບັດ​ທັງ​ເຈັດ​ຈາກ​ເທວະດາ​ເຈັດ​ຕົນ​ນັ້ນ​ຈະ​ສຳເລັດ​ສົມບູນ.


ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ


ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.


ແລະ ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ປາກົດ​ດັ່ງ​ຫີນ​ໂມຣາ ແລະ ນິນ. ມີ​ຮຸ້ງກິນນ້ຳ​ສ່ອງແສງ​ເໝືອນດັ່ງ​ມໍລະກົດ​ອ້ອມຮອບ​ບັນລັງ.


ດ້ານໜ້າ​ບັນລັງ​ຍັງ​ມີ​ສິ່ງ​ທີ່​ຄ້າຍຄື​ທະເລ​ແກ້ວ, ໃສ​ເໝືອນ​ແກ້ວ. ໃນ​ບໍລິເວນ​ໃຈກາງ​ອ້ອມຮອບ​ບັນລັງ​ມີ​ສິ່ງທີ່ມີຊີວິດ​ສີ່​ຕົນ ແລະ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ມີ​ຕາ​ເຕັມ​ຢູ່​ທັງ​ດ້ານ​ໜ້າ ແລະ ດ້ານ​ຫລັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka