Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ “ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່” ເພາະ​ສະຫວັນ​ເດີມ ແລະ ແຜ່ນດິນໂລກ​ເດີມ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ກໍ​ບໍ່​ມີ​ທະເລ​ອີກ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ເພາະວ່າ​ສະຫວັນ​ເດີມ​ແລະ​ແຜ່ນດິນ​ໂລກ​ເດີມ​ນັ້ນ ກໍ​ໄດ້​ລ່ວງ​ໄປ​ແລ້ວ ແລະ​ທະເລ​ກໍ​ບໍ່ມີ​ເໝືອນກັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:1
13 Jak'a apnaqawi uñst'ayäwi  

ວ່າ, ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ຈະ​ໄດ້​ຮັບ​ການປົດປ່ອຍ​ຈາກ​ການຜູກມັດ​ໃຫ້​ຕ້ອງ​ເສື່ອມສູນ ແລະ ຈະ​ຖືກ​ນຳ​ເຂົ້າ​ສູ່​ເສລີພາບ​ອັນ​ຮຸ່ງເຮືອງ​ຂອງ​ບຸດ​ທັງຫລາຍຂອງ​ພຣະເຈົ້າ.


ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.


ແຕ່​ດ້ວຍ​ການຢຶດໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພຣະອົງ ພວກເຮົາ​ກຳລັງ​ຄອຍຖ້າ​ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່ ເຊິ່ງ​ເປັນ​ທີ່ສະຖິດ​ຂອງ​ຄວາມຊອບທຳ.


ສ່ວນ​ພະຍານາກ​ຢືນ​ຢູ່​ແຄມ​ທະເລ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ. ມັນ​ມີ​ສິບ​ເຂົາ ແລະ ເຈັດ​ຫົວ, ທັງ​ເຈັດ​ເຂົາ​ສວມ​ມົງກຸດ​ສວມ ແລະ ຢູ່​ເທິງ​ແຕ່​ລະ​ຫົວ​ມີ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ທຸກສິ່ງ​ຂຶ້ນ​ໃໝ່!” ແລ້ວ​ພຣະອົງ​ໄດ້​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ສິ່ງ​ນີ້​ລົງ ເພາະ​ຂໍ້ຄວາມ​ເຫລົ່ານີ້​ແມ່ນ​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ”.


ຟ້າສະຫວັນ​ກໍ​ຫົດເຂົ້າ​ເໝືອນດັ່ງ​ໜັງສືມ້ວນ​ທີ່​ຖືກ​ກໍ້​ມ້ວນ​ໄວ້, ແລະ ພູ​ທຸກ​ໜ່ວຍ ແລະ ເກາະ​ທຸກ​ແຫ່ງ​ກໍ​ຖືກ​ເຄື່ອນຍ້າຍ​ໄປ​ຈາກ​ບ່ອນ​ເດີມ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka