Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 20:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ພວກເຂົາ​ຍົກ​ທັບ​ຂ້າມ​ຄວາມກວ້າງ​ຂອງ​ໂລກ ແລະ ມາ​ອ້ອມ​ຄ້າຍ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ ຄື​ນະຄອນ​ທີ່​ພຣະອົງ​ຮັກ​ນັ້ນ. ແຕ່​ໄຟ​ຈາກ​ສະຫວັນ​ໄດ້​ລົງ​ມາ ແລະ ເຜົາຜານ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ພວກເຂົາ​ແຜ່​ກະຈາຍ​ເປັນ​ກອງທັບ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ​ໄດ້​ອ້ອມ​ຄ້າຍ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ນະຄອນ​ທີ່​ພຣະອົງ​ຊົງ​ຮັກ​ນັ້ນ. ແຕ່​ໄຟ​ໄດ້​ຕົກລົງ​ມາ​ຈາກ​ສະຫວັນ ແລະ​ທຳລາຍ​ລ້າງຜານ​ພວກເຂົາ​ເສຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 20:9
33 Jak'a apnaqawi uñst'ayäwi  

ແຕ່​ໃນ​ວັນ​ທີ່​ໂລດ​ໄດ້​ອອກໄປ​ຈາກ​ເມືອງ​ໂຊໂດມ, ໄຟ ແລະ ມາດ​ໄດ້​ຕົກ​ມາ​ຈາກ​ຟ້າ ແລະ ໄດ້​ທຳລາຍ​ພວກເຂົາ​ທຸກ​ຄົນ.


ວັນ​ເຫລົ່ານັ້ນ​ຈະ​ມາ​ເຖິງ​ເຈົ້າ ເມື່ອ​ສັດຕູ​ຂອງ​ເຈົ້າ​ຂຸດ​ຄູ​ກັ້ນ​ເພື່ອ​ໂຈມຕີ​ເຈົ້າ ແລະ ອ້ອມ​ເຈົ້າ​ໄວ້​ທຸກ​ດ້ານ.


“ເມື່ອ​ພວກເຈົ້າ​ເຫັນ​ກອງທັບ​ຕ່າງໆ​ກຳລັງ​ອ້ອມ​ເຢຣູຊາເລັມ, ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ຄວາມ​ຫາຍະນະ​ໃກ້​ເຂົ້າ​ມາ​ແລ້ວ.


ເມື່ອ​ສາວົກ​ຂອງ​ພຣະອົງ ຢາໂກໂບ ແລະ ໂຢຮັນ​ເຫັນ​ຢ່າງ​ນັ້ນ​ພວກເພິ່ນ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ສັ່ງ​ໄຟ​ຈາກ​ສະຫວັນ​ລົງ​ມາ​ທຳລາຍ​ພວກເຂົາ​ບໍ?”


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ດັ່ງນັ້ນ ໃຫ້​ພວກເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ, ແບກ​ຮັບ​ຄວາມອັບອາຍ​ທີ່​ພຣະອົງ​ໄດ້​ແບກ​ໄວ້​ນັ້ນ.


ຖ້າ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ທຳລາຍ​ພະຍານ​ທັງ​ສອງ, ໄຟ​ຈະ​ອອກມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ ເຜົາຜານ​ບັນດາ​ສັດຕູ​ຂອງ​ພວກເພິ່ນ. ຜູ້ໃດ​ຢາກ​ທຳລາຍ​ພວກເພິ່ນ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ຢ່າງ​ນີ້​ແຫລະ.


ແລະ ມັນ​ສະແດງ​ໝາຍສຳຄັນ​ທີ່​ຍິ່ງໃຫຍ່, ແມ່ນແຕ່​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ສະຫວັນ​ລົງ​ມາ​ສູ່​ໂລກ​ຕໍ່​ໜ້າ​ຕໍ່​ຕາ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka