ພຣະນິມິດ 20:3 - ພຣະຄຳພີລາວສະບັບສະໄໝໃໝ່3 ເພິ່ນໄດ້ໂຍນມັນລົງໃນເຫວເລິກ, ໃສ່ກະແຈ ແລະ ປະທັບຕາໃສ່ມັນໄວ້ ເພື່ອບໍ່ໃຫ້ມັນອອກມາຫລອກລວງບັນດາປະຊາຊາດທັງຫລາຍອີກຈົນກວ່າຈະຄົບໜຶ່ງພັນປີ. ຫລັງຈາກນັ້ນ, ມັນຈະຕ້ອງຖືກປ່ອຍອອກມາຊົ່ວໄລຍະສັ້ນໆ. Uka jalj uñjjattʼätaພຣະຄຳພີສັກສິ3 ແລ້ວເພິ່ນໄດ້ຖິ້ມມັນລົງໄປໃນເຫວເລິກ ແລະໃສ່ກະແຈ ທັງຕີຕາປະທັບໃສ່ດ້ວຍ ເພື່ອບໍ່ໃຫ້ມັນໄດ້ຫລອກລວງບັນດາປະຊາຊາດທັງຫລາຍອີກຕໍ່ໄປ ຈົນກວ່າໜຶ່ງພັນປີຜ່ານພົ້ນໄປ. ຫລັງຈາກນັ້ນ ມັນຈະຕ້ອງຖືກປ່ອຍໃຫ້ອອກມາພຽງຊົ່ວໄລຍະໜຶ່ງ. Uka jalj uñjjattʼäta |
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.