Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 20:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ທະເລ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ທະເລ​ຄືນ​ມາ, ຄວາມຕາຍ ແລະ ແດນມໍລະນາ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ນັ້ນ​ຄືນ​ມາ ແລະ ແຕ່ລະຄົນ​ໄດ້​ຖືກ​ພິພາກສາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ທະເລ​ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ທ້ອງ​ທະເລ​ຄືນ​ມາ. ຄວາມ​ຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ໃນ​ທີ່ນັ້ນ​ຄືນ​ມາ​ເໝືອນກັນ. ພວກເຂົາ​ທັງໝົດ​ໄດ້​ຖືກ​ຕັດສິນ ຕາມ​ການ​ກະທຳ​ຂອງ​ພວກ​ຕົນ​ທຸກຄົນ.

Uka jalj uñjjattʼäta Copia luraña




ພຣະນິມິດ 20:13
13 Jak'a apnaqawi uñst'ayäwi  

ສ່ວນ​ເຈົ້າ, ເມືອງ​ກາເປນາອູມ​ເອີຍ, ເຈົ້າ​ຈະ​ຖືກ​ຍົກຂຶ້ນ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ, ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ. ເພາະ​ຖ້າ​ການ​ອັດສະຈັນ​ທີ່​ໄດ້​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ໂຊໂດມ​ແລ້ວ, ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ສັດຕູ​ໂຕ​ສຸດທ້າຍ​ທີ່​ຈະ​ຕ້ອງ​ທຳລາຍ​ຄື​ຄວາມຕາຍ.


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.


ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ. ບຶງໄຟ​ນີ້​ແຫລະ​ຄື​ຄວາມຕາຍ​ຄັ້ງ​ທີສອງ.


‘ພຣະອົງ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດ​ອີກ​ຕໍ່ໄປ, ເພາະ​ລະບົບ​ເກົ່າ​ຂອງ​ສິ່ງ​ຕ່າງໆ​ໄດ້​ຜ່ານພົ້ນ​ໄປ​ແລ້ວ”.


ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມ້າ​ສີ​ຈືດ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຊື່​ວ່າ​ຄວາມຕາຍ, ແລະ ແດນມໍລະນາ​ກໍ​ຕາມຫລັງ​ຜູ້​ນີ້​ມາ​ໃກ້ໆ ທັງ​ສອງ​ໄດ້​ຮັບ​ສິດອຳນາດ​ທີ່​ຈະ​ຂ້າ​ໜຶ່ງ​ໃນ​ສີ່​ຂອງ​ແຜ່ນດິນໂລກ​ດ້ວຍ​ດາບ, ດ້ວຍ​ຄວາມອຶດຢາກ ແລະ ດ້ວຍ​ພະຍາດໂລຄາ ແລະ ດ້ວຍ​ສັດ​ປ່າ​ໃນ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka