ພຣະນິມິດ 20:12 - ພຣະຄຳພີລາວສະບັບສະໄໝໃໝ່12 ແລະ ຂ້າພະເຈົ້າໄດ້ເຫັນບັນດາທີ່ຄົນຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍຢືນຢູ່ຕໍ່ໜ້າບັນລັງ ແລະ ໜັງສືຕ່າງໆກໍໄດ້ເປີດອອກ. ມີໜັງສືອີກເຫລັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫລົ່ານັ້ນ. Uka jalj uñjjattʼätaພຣະຄຳພີສັກສິ12 ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ. Uka jalj uñjjattʼäta |
ບັນດາປະຊາຊາດກໍໂກດຮ້າຍ, ແຕ່ຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ. ເວລານັ້ນໄດ້ມາເຖິງແລ້ວສຳລັບພິພາກສາຄົນທີ່ໄດ້ຕາຍແລ້ວ, ແລະ ເພື່ອມອບບຳເໜັດແກ່ບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ ແລະ ແກ່ບັນດາຄົນຂອງພຣະອົງຜູ້ທີ່ຢຳເກງນາມຂອງພຣະອົງ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນເວລາສຳລັບການທຳລາຍບັນດາຜູ້ທີ່ທຳລາຍໂລກ”.
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.