Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 20:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.

Uka jalj uñjjattʼäta Copia luraña




ພຣະນິມິດ 20:10
12 Jak'a apnaqawi uñst'ayäwi  

“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.


“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.


ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ວິນຍານສົກກະປົກ​ສາມ​ໂຕ​ມີ​ຮູບຮ່າງ​ຄ້າຍ​ຄື​ກົບ, ພວກມັນ​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ຈາກ​ປາກ​ຂອງ​ສັດຮ້າຍ ແລະ ຈາກ​ປາກ​ຂອງ​ຜູ້ທຳນວາຍ​ປອມ.


ແຕ່​ສັດຮ້າຍ​ນັ້ນ​ຖືກ​ຈັບ​ພ້ອມ​ດ້ວຍ​ຜູ້ທຳນວາຍ​ປອມ​ທີ່​ໄດ້​ເຮັດ​ໝາຍສຳຄັນ​ແທນ​ສັດຮ້າຍ​ນັ້ນ. ດ້ວຍ​ໝາຍສຳຄັນ​ເຫລົ່ານີ້​ມັນ​ໄດ້​ຫລອກລວງ​ບັນດາ​ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ນັ້ນ ແລະ ໄດ້​ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ. ທັງ​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ທັງເປັນ​ໃນ​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່.


ແລະ ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ທົ່ວ​ສີ່​ມຸມ​ຂອງ​ໂລກ​ທີ່​ເອີ້ນ​ວ່າ​ໂກກ ແລະ ມາໂກກ. ເພື່ອ​ຮວບຮວມ​ພວກເຂົາ​ມາ​ເຮັດ​ການສູ້ຮົບ. ພວກເຂົາ​ມີ​ຈຳນວນ​ຫລວງຫລາຍ​ເໝືອນດັ່ງ​ເມັດຊາຍ​ຢູ່​ຕາມ​ຝັ່ງທະເລ.


ມ້າ ແລະ ຜູ້ຂີ່ມ້າ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ນັ້ນ​ມີ​ລັກສະນະ​ດັ່ງນີ້​ຄື: ເສື້ອເກາະເອິກ​ຂອງ​ພວກເຂົາ​ສີ​ໄຟ​ແດງ, ສີ​ຟ້າ​ເຂັ້ມ ແລະ ສີເຫລືອງ​ຄື​ມາດ. ຫົວ​ຂອງ​ມ້າ​ເຫລົ່ານັ້ນ​ຄ້າຍຄື​ກັບ​ຫົວ​ໂຕສິງ ແລະ ມີ​ໄຟ, ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka