Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ມີ​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ຢູ່​ໃນ​ສວນ​ຂອງ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña




ພຣະນິມິດ 2:7
36 Jak'a apnaqawi uñst'ayäwi  

ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.


ແລ້ວ​ບັນດາ​ຜູ້ຊອບທຳ​ຈະ​ສ່ອງສະຫວ່າງ​ເໝືອນດັ່ງ​ດວງຕາເວັນ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ພວກເຂົາ. ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.


ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.


ບໍ່​ມີ​ສິ່ງໃດ​ທີ່​ຢູ່​ພາຍນອກ​ທີ່​ເຂົ້າໄປ​ໃນ​ມະນຸດ​ແລ້ວ​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’. ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ມະນຸດ​ນັ້ນ​ແຫລະ ທີ່​ເຮັດ​ໃຫ້​ພວກເຂົາ​ເປັນມົນທິນ”.


ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ”.


ຍັງ​ມີ​ບາງເມັດ​ທີ່​ຕົກໃສ່​ດິນ​ດີ. ພືດ​ກໍ​ງອກ​ຂຶ້ນ​ມາ​ແລ້ວ​ກໍ​ເກີດຜົນ​ຫລາຍ​ກວ່າ​ທີ່​ໄດ້​ຫວ່ານ​ຮ້ອຍ​ເທົ່າ”. ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ແຕ່​ພຣະເຈົ້າ​ໄດ້​ເປີດເຜີຍ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ຂອງ​ພຣະອົງ. ພຣະວິນຍານ​ຢັ່ງຮູ້​ທຸກໆ​ສິ່ງ, ແມ່ນແຕ່​ສິ່ງ​ເລິກ​ຂອງ​ພຣະເຈົ້າ.


ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ເມືອງ​ສຸກຂະເສີມ ແລະ ໄດ້​ຍິນ​ສິ່ງ​ຕ່າງໆ​ທີ່​ບໍ່​ສາມາດ​ບັນຍາຍ​ໄດ້, ເປັນ​ສິ່ງ​ທີ່​ບໍ່​ອະນຸຍາດ​ໃຫ້​ຄົນໃດ​ເປີດເຜີຍ.


ບິດາ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ນັ້ນ.


“ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ຟັງ​ສາ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.


ແລະ ຂ້າພະເຈົ້າ​ແນມ​ເຫັນ​ສິ່ງ​ໜຶ່ງ​ຄ້າຍຄື​ກັນ​ກັບ​ທະເລ​ແກ້ວ​ປົນ​ໄຟ, ບັນດາ​ຜູ້​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ກັບ​ຮູບຈຳລອງ ແລະ ໂຕເລກ​ປະຈຳ​ຊື່​ຂອງ​ມັນ​ຢືນ​ຢູ່​ແຄມ​ທະເລ​ນັ້ນ. ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ບໍ່​ຖືກ​ທຳຮ້າຍ​ໂດຍ​ຄວາມຕາຍ​ຄັ້ງ​ທີ​ສອງ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແລະ ເຮົາ​ຈະ​ໃຫ້​ຫີນ​ຂາວ​ອັນ​ມີ​ຊື່​ໃໝ່​ຈາລຶກ​ໄວ້​ແກ່​ຜູ້​ນັ້ນ ເຊິ່ງ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້ຈັກ.


ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ໄດ້ຮັບ​ທັງໝົດ​ນີ້​ເປັນ​ມໍລະດົກ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ລູກ​ຂອງ​ເຮົາ.


“ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຊຳລະ​ເສື້ອຄຸມ​ຂອງ​ຕົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຜ່ານ​ປະຕູ​ເຂົ້າ​ສູ່​ນະຄອນ​ນັ້ນ​ໄດ້.


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ລົງ​ມາ​ກາງ​ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ. ສອງ​ຟາກ​ຂອງ​ແມ່ນ້ຳ​ນັ້ນ​ມີ​ຕົ້ນໄມ້​ແຫ່ງ​ຊີວິດ​ຕັ້ງ​ຢູ່ ເຊິ່ງ​ເກີດຜົນ​ສິບສອງ​ເທື່ອ, ຄື​ເກີດຜົນ​ທຸກ​ເດືອນ. ແລະ ໃບ​ຂອງ​ຕົ້ນໄມ້​ນັ້ນ​ໃຊ້​ຮັກສາ​ບັນດາ​ປະຊາຊາດ​ໃຫ້​ຫາຍດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka