4 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າຄື: ເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າ.
4 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າ ຄືເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າ.
“ແລ້ວສາວບໍລິສຸດທັງໝົດຈຶ່ງຕື່ນຂຶ້ນ ແລະ ຈັດຕຽມຕະກຽງຂອງຕົນ.
ແລະ ນີ້ແມ່ນຄຳອະທິຖານຂອງເຮົາຄື: ຂໍໃຫ້ຄວາມຮັກຂອງພວກເຈົ້າຈະເພີ່ມຂຶ້ນເລື້ອຍໆໃນຄວາມຮູ້ ແລະ ຄວາມເຂົ້າໃຈອັນເລິກເຊິ່ງ,
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ແລະ ເປັນການຖືກຕ້ອງແລ້ວທີ່ເຮັດຢ່າງນັ້ນ ເພາະວ່າຄວາມເຊື່ອຂອງພວກເຈົ້າໄດ້ເພີ່ມຫລາຍຂຶ້ນເລື້ອຍໆ ແລະ ຄວາມຮັກທີ່ພວກເຈົ້າທຸກຄົນມີຕໍ່ກັນກໍເພີ່ມຂຶ້ນ.
ເຖິງປານນັ້ນ ເຮົາມີບາງຂໍ້ຕໍ່ວ່າເຈົ້າຄື: ມີບາງຄົນໃນທ່າມກາງພວກເຈົ້າທີ່ຢຶດຖືຄຳສອນຂອງບາລາອາມ ເຊິ່ງໄດ້ສອນບາຫລາກໃຫ້ຊັກຊວນຊາວອິດສະຣາເອນໃຫ້ເຮັດບາບດ້ວຍການກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບ ແລະ ການເຮັດຜິດສິນທຳທາງເພດ.
ເຖິງປານນັ້ນ ເຮົາກໍມີຂໍ້ນີ້ຕໍ່ວ່າເຈົ້າຄື: ເຈົ້າທົນຟັງເຢເຊເບນ ແມ່ຍິງທີ່ເອີ້ນຕົນເອງວ່າເປັນຜູ້ທຳນວາຍ. ຄຳສອນຂອງນາງເຮັດໃຫ້ຜູ້ຮັບໃຊ້ຂອງເຮົາຫລົງເຮັດຜິດສິນທຳທາງເພດ ແລະ ກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບ.