Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:24 - ພຣະຄຳພີລາວສະບັບສະໄໝໃໝ່

24 ບັດນີ້ ເຮົາ​ກ່າວ​ກັບ​ພວກເຈົ້າ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ, ກັບ​ພວກເຈົ້າ​ທີ່​ບໍ່​ຢຶດຖື​ຄຳສອນ​ຂອງ​ນາງ ແລະ ບໍ່​ໄດ້​ຮຽນຮູ້​ສິ່ງ​ທີ່​ເອີ້ນ​ວ່າ​ຄວາມເລິກລັບ​ຂອງ​ຊາຕານ​ນັ້ນ ‘ເຮົາ​ຈະ​ບໍ່​ມອບ​ພາລະ​ອື່ນ​ໃຫ້​ແກ່​ພວກເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

24 ສ່ວນ​ພວກເຈົ້າ​ທີ່​ຍັງເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ ທີ່​ບໍ່ໄດ້​ປະຕິບັດ​ຕາມ​ຄຳສອນ​ອັນ​ຊົ່ວຊ້າ​ນີ້ ຄື​ບໍ່ໄດ້​ຮຽນ​ຮູ້​ສິ່ງ​ທີ່​ເຂົາ​ເອີ້ນ​ວ່າ ຄວາມ​ລັບເລິກ​ຂອງ​ມານຊາຕານ. ເຮົາ​ບອກ​ພວກເຈົ້າ​ວ່າ, ‘ເຮົາ​ຈະ​ບໍ່​ເພີ່ມ​ພາລະ​ອື່ນ​ໃດ​ໃສ່​ພວກເຈົ້າ,

Uka jalj uñjjattʼäta Copia luraña




ພຣະນິມິດ 2:24
15 Jak'a apnaqawi uñst'ayäwi  

ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າ​ກັບ​ພວກເຮົາ​ເຫັນດີ​ຮ່ວມ​ກັນ​ແລ້ວ​ວ່າ​ບໍ່​ໃຫ້​ວາງ​ພາລະ​ໜັກ​ໃດ​ໃຫ້​ພວກທ່ານ​ເວັ້ນ​ແຕ່​ຂໍ້​ກຳນົດ​ຕໍ່ໄປ​ນີ້​ຄື:


ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.


ແຕ່​ພຣະເຈົ້າ​ໄດ້​ເປີດເຜີຍ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ຂອງ​ພຣະອົງ. ພຣະວິນຍານ​ຢັ່ງຮູ້​ທຸກໆ​ສິ່ງ, ແມ່ນແຕ່​ສິ່ງ​ເລິກ​ຂອງ​ພຣະເຈົ້າ.


ແຕ່​ເຮົາ​ຢ້ານ​ວ່າ ຈະ​ເປັນ​ເໝືອນ​ດັ່ງ​ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ, ແລ້ວ​ຄວາມຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳພາ​ໄປ​ສູ່​ຄວາມຜິດພາດ​ຈາກ​ຄວາມຈິງໃຈ ແລະ ຄວາມບໍລິສຸດ​ຂອງ​ພວກເຈົ້າ​ໃນ​ການອຸທິດຕົນ​ຕໍ່​ພຣະຄຣິດເຈົ້າ. ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ.


ເພື່ອວ່າ​ພວກເຮົາ​ຈະ​ໄດ້​ບໍ່​ເສຍໄຊ​ໃຫ້​ມານຊາຕານ. ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ.


“ສະຕິປັນຍາ” ຢ່າງ​ນີ້​ບໍ່​ໄດ້​ມາ​ຈາກ​ສະຫວັນ​ແຕ່​ເປັນ​ຂອງ​ຝ່າຍ​ໂລກ, ບໍ່​ຢູ່​ຝ່າຍວິນຍານ ແລະ ເປັນ​ຂອງ​ຝ່າຍມານ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka