Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ເຮົາ​ໄດ້​ໃຫ້​ໂອກາດ​ຍິງ​ນັ້ນ​ກັບໃຈ​ຈາກ​ການ​ຜິດສິນທຳ​ຂອງ​ນາງ, ແຕ່​ນາງ​ກໍ​ບໍ່​ຍອມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເຮົາ​ໄດ້​ໃຫ້​ໂອກາດ​ນາງ​ກັບໃຈ​ໃໝ່ ແຕ່​ນາງ​ບໍ່​ຢາກ​ກັບໃຈ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:21
9 Jak'a apnaqawi uñst'ayäwi  

ຈະ​ເປັນ​ຢ່າງ​ໃດ​ຖ້າຫາກ​ວ່າ​ພຣະເຈົ້າ​ຈະ​ເລືອກ​ທີ່​ຈະ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ແລະ ເຮັດ​ໃຫ້​ລິດອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ, ແຕ່​ພຣະອົງ​ໄດ້​ອົດທົນ​ອົດກັ້ນ​ຕໍ່​ຜູ້​ທີ່​ເປັນ​ເປົ້າ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເຊິ່ງ​ຈັດຕຽມ​ໄວ້​ສຳລັບ​ຄວາມຈິບຫາຍ?


ໃນ​ອະດີດ​ບໍ່​ເຊື່ອຟັງ ເມື່ອ​ເວລາ​ທີ່​ພຣະເຈົ້າ​ອົດທົນ​ລໍຖ້າ​ໃນ​ສະໄໝ​ຂອງ​ໂນອາ​ຂະນະ​ທີ່​ເພິ່ນ​ສ້າງ​ເຮືອ. ໃນ​ເຮືອ​ນີ້​ມີ​ຄົນ​ທີ່​ຢູ່​ບໍ່​ຫລາຍ ຄື​ແປດ​ຄົນ​ເທົ່ານັ້ນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ນ້ຳ​ຊ່ວຍ​ພວກເຂົາ​ໃຫ້​ລອດ.


ຈົ່ງ​ລະນຶກ​ວ່າ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ອົດທົນ​ກໍ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ມີ​ໂອກາດ​ໄດ້​ຮັບ​ຄວາມພົ້ນ ເໝືອນດັ່ງ​ທີ່​ໂປໂລ​ນ້ອງ​ທີ່ຮັກ​ຂອງ​ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.


ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ສັນຍາ​ເໝືອນດັ່ງ​ທີ່​ບາງຄົນ​ເຂົ້າໃຈ​ວ່າ​ຊ້າ. ແຕ່​ພຣະອົງ​ອົດທົນ​ຕໍ່​ພວກເຈົ້າ, ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຈິບຫາຍ​ໄປ, ແຕ່​ຕ້ອງການ​ໃຫ້​ທຸກຄົນ​ກັບ​ມາ​ເພື່ອ​ຖິ້ມໃຈເກົ່າເອົາໃຈໃໝ່.


ແລະ ປ້ອຍ​ດ່າ​ພຣະເຈົ້າ​ແຫ່ງ​ສະຫວັນ​ເພາະ​ຄວາມເຈັບປວດ​ຂອງ​ຕົນ ແລະ ບາດແຜ​ຂອງ​ຕົນ, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ​ຈາກ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ.


ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka