Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ເຖິງປານນັ້ນ ເຮົາ​ກໍ​ມີ​ຂໍ້​ນີ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ທົນ​ຟັງ​ເຢເຊເບນ ແມ່ຍິງ​ທີ່​ເອີ້ນ​ຕົນເອງ​ວ່າ​ເປັນ​ຜູ້ທຳນວາຍ. ຄຳສອນ​ຂອງ​ນາງ​ເຮັດ​ໃຫ້​ຜູ້ຮັບໃຊ້​ຂອງ​ເຮົາ​ຫລົງ​ເຮັດ​ຜິດສິນທຳທາງເພດ ແລະ ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ​ດັ່ງນີ້ ຄື​ເຈົ້າ​ຍອມ​ທົນ​ຟັງ​ຍິງ​ທີ່​ຊື່​ວ່າ​ເຢເຊເບນ ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ, ນາງ​ສອນ​ແລະ​ນຳພາ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ ແລະ​ໃຫ້​ກິນ​ອາຫານ​ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:20
19 Jak'a apnaqawi uñst'ayäwi  

ແຕ່​ໃຫ້​ພວກເຮົາ​ຂຽນ​ໄປ​ຫາ​ພວກເຂົາ, ໂດຍ​ບອກ​ພວກເຂົາ​ໃຫ້​ລະເວັ້ນ​ຈາກ​ອາຫານ​ທີ່​ມີ​ມົນທິນ​ເພາະ​ຮູບເຄົາລົບ, ຈາກ​ການ​ຜິດສິນທຳ​ທາງ​ເພດ, ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ຈາກ​ການ​ກິນ​ເລືອດ.


ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ອຳລາ.


ແຕ່​ຖ້າ​ມີ​ຜູ້ໃດ​ມາ​ບອກ​ພວກເຈົ້າ​ວ່າ, “ອາຫານ​ນີ້​ໄດ້​ຖືກ​ມອບ​ໃຫ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ”, ກໍ​ຢ່າ​ກິນ​ອາຫານ​ນັ້ນ, ເພື່ອ​ເຫັນ​ແກ່​ທັງ​ຄົນ​ທີ່​ບອກ​ພວກເຈົ້າ ແລະ ເຫັນ​ແກ່​ຈິດສຳນຶກ.


ເຖິງປານນັ້ນ ເຮົາ​ມີ​ບາງ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ມີ​ບາງ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ບາລາອາມ ເຊິ່ງ​ໄດ້​ສອນ​ບາຫລາກ​ໃຫ້​ຊັກຊວນ​ຊາວ​ອິດສະຣາເອນ​ໃຫ້​ເຮັດບາບ​ດ້ວຍ​ການ​ກິນອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ ແລະ ການ​ເຮັດ​ຜິດສິນທຳທາງເພດ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ໄດ້​ປະຖິ້ມ​ຄວາມຮັກ​ເດີມ​ຂອງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka