Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ຄວາມຮັກ ແລະ ຄວາມເຊື່ອ​ຂອງ​ເຈົ້າ, ການ​ຮັບໃຊ້ ແລະ ຄວາມອົດທົນບາກບັ່ນ​ຂອງ​ເຈົ້າ ແລະ ເຮົາ​ຮູ້​ວ່າ​ປັດຈຸບັນ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ເຫລົ່ານີ້​ຫລາຍຂຶ້ນ​ກວ່າ​ຕອນ​ທຳອິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້​ເຖິງ​ຄວາມຮັກ ຄວາມເຊື່ອ ການ​ບົວລະບັດ​ຮັບໃຊ້ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ. ເຮົາ​ຮູ້​ວ່າ​ການ​ກະທຳ​ເບື້ອງປາຍ​ຂອງ​ເຈົ້າ ຕອນ​ນີ້​ມີ​ຫລາຍກວ່າ​ເບື້ອງຕົ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:19
16 Jak'a apnaqawi uñst'ayäwi  

ເມື່ອ​ເພິ່ນ​ເຮັດ​ໜ້າທີ່​ຈົນ​ຄົບ​ກຳນົດ​ເວລາ​ແລ້ວ ເພິ່ນ​ກໍ​ກັບ​ບ້ານ.


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ແລະ ຈົ່ງ​ສວມ​ຄວາມຮັກ​ທັບ​ຄຸນງາມຄວາມດີ​ທັງໝົດ​ນີ້ ເຊິ່ງ​ຜູກມັດ​ສິ່ງ​ເຫລົ່ານີ້​ທັງໝົດ​ໃຫ້​ເປັນ​ອັນໜຶ່ງອັນດຽວ​ກັນ​ຢ່າງ​ສົມບູນ.


ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.


ແລະ ເພີ່ມ​ຄວາມຮັກ​ກັນ​ເໝືອນ​ພີ່ນ້ອງ​ເຂົ້າ​ກັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ເພີ່ມ​ຄວາມຮັກ​ເຂົ້າ​ກັບ​ຄວາມ​ຮັກ​ກັນ​ເໝືອນ​ພີ່ນ້ອງ.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka