Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:18 - ພຣະຄຳພີລາວສະບັບສະໄໝໃໝ່

18 “ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 “ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນ​ດັ່ງ​ແປວໄຟ ຜູ້​ທີ່​ມີ​ຕີນ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ​ຊົງ​ກ່າວ​ດັ່ງນີ້​ວ່າ,

Uka jalj uñjjattʼäta Copia luraña




ພຣະນິມິດ 2:18
22 Jak'a apnaqawi uñst'ayäwi  

ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”


ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”


ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.


ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ນະທານາເອັນ​ຈຶ່ງ​ຮ້ອງ​ວ່າ, “ຣັບບີ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະອົງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ”.


ແລ້ວ​ຜູ້​ທີ່​ພຣະບິດາເຈົ້າ​ເລືອກ​ໄວ້ ແລະ ໃຊ້​ເຂົ້າ​ມາ​ໃນ​ໂລກ​ນີ້​ຈະ​ວ່າ​ແນວໃດ? ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ກ່າວຫາ​ເຮົາ​ວ່າ​ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເພາະ​ເຮົາ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’?


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ກໍ​ບໍ່​ຖືກ​ພິພາກສາ ແຕ່​ຜູ້ໃດ​ທີ່​ບໍ່​ເຊື່ອ​ກໍ​ຖືກ​ພິພາກສາ​ຢູ່​ແລ້ວ ເພາະ​ພວກເຂົາ​ບໍ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ ເມື່ອ​ຜູ້​ທີ່​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ບັນດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຈະ​ມີຊີວິດ.


ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.


ຂະນະ​ທີ່​ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖະໜົນ, ພວກເພິ່ນ​ໄດ້​ມາ​ເຖິງ​ບ່ອນ​ທີ່​ມີ​ນ້ຳ​ບ່ອນ​ໜຶ່ງ ແລະ ຂ້າລາຊະການ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ບ່ອນ​ນີ້​ມີ​ນ້ຳ. ມີ​ສິ່ງໃດ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ​ບໍ?”


ແລະ ຜູ້​ທີ່​ໂດຍ​ທາງ​ພຣະວິນຍານ​ແຫ່ງ​ຄວາມບໍລິສຸດ ພຣະອົງ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ດ້ວຍ​ລິດອຳນາດ​ໂດຍ​ການເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພຣະອົງ​ຜູ້​ບໍ່​ໄດ້​ຫວງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ແຕ່​ໄດ້​ມອບ​ພຣະບຸດ​ນັ້ນ​ໃຫ້​ແກ່​ພວກເຮົາ​ທຸກຄົນ ຖ້າ​ເປັນ​ຢ່າງນັ້ນ​ພຣະອົງ​ຈະ​ບໍ່​ເມດຕາ​ໃຫ້​ທຸກສິ່ງ​ແກ່​ພວກເຮົາ​ພ້ອມ​ກັບ​ພຣະບຸດ​ນັ້ນ​ບໍ?


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ຍ່າງ​ຢູ່​ທ່າມກາງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ນັ້ນ.


ບັດນີ້ ເຮົາ​ກ່າວ​ກັບ​ພວກເຈົ້າ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ, ກັບ​ພວກເຈົ້າ​ທີ່​ບໍ່​ຢຶດຖື​ຄຳສອນ​ຂອງ​ນາງ ແລະ ບໍ່​ໄດ້​ຮຽນຮູ້​ສິ່ງ​ທີ່​ເອີ້ນ​ວ່າ​ຄວາມເລິກລັບ​ຂອງ​ຊາຕານ​ນັ້ນ ‘ເຮົາ​ຈະ​ບໍ່​ມອບ​ພາລະ​ອື່ນ​ໃຫ້​ແກ່​ພວກເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka