Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເຫດສະນັ້ນ ຈົ່ງ​ກັບໃຈໃໝ່! ບໍ່​ດັ່ງນັ້ນ, ເຮົາ​ຈະ​ມາ​ຫາ​ເຈົ້າ​ໄວໆ​ນີ້ ແລະ ເຮົາ​ຈະ​ຕໍ່ສູ້​ກັບ​ພວກເຂົາ​ດ້ວຍ​ດາບ​ແຫ່ງ​ປາກ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ເຫດສະນັ້ນ ຈົ່ງ​ກັບໃຈ​ເສຍ​ໃໝ່, ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ​ຈະ​ຕໍ່ສູ້​ຄົນ​ເຫຼົ່ານັ້ນ ດ້ວຍ​ດາບ​ທີ່​ອອກ​ຈາກ​ປາກ​ຂອງເຮົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:16
15 Jak'a apnaqawi uñst'ayäwi  

ຈົ່ງ​ສວມ​ໝວກເກາະ​ແຫ່ງ​ຄວາມພົ້ນ ແລະ ຖື​ດາບ​ແຫ່ງ​ພຣະວິນຍານ ເຊິ່ງ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ.


ເມື່ອ​ນັ້ນ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ປາກົດ​ໂຕ ຜູ້​ທີ່​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຈະ​ໂຄ່ນລົ້ມ​ມັນ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ ທຳລາຍ​ມັນ​ດ້ວຍ​ລັດສະໝີ​ແຫ່ງ​ການ​ມາ​ຂອງ​ພຣະອົງ.


ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.


ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.


ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


ສ່ວນ​ພວກ​ທີ່​ເຫລືອ​ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ມ້າ​ນັ້ນ, ແລະ ນົກ​ທັງໝົດ​ກໍ​ພາກັນ​ກິນ​ຊີ້ນ​ຂອງ​ພວກເຂົາ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ: ພຣະອົງ​ຜູ້​ຖື​ດາບ​ສອງ​ຄົມ​ກ່າວ​ວ່າ.


ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ລົງ​ມາ​ໄກ​ເທົ່າໃດ! ຈົ່ງ​ກັບໃຈໃໝ່ ແລະ ເຮັດ​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ຕັ້ງ​ແຕ່​ທຳອິດ. ຖ້າ​ເຈົ້າ​ບໍ່​ກັບໃຈໃໝ່​ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ ຍົກ​ຫລັກຕະກຽງ​ຂອງ​ເຈົ້າ​ອອກຈາກ​ບ່ອນ​ນີ້.


ພຣະອົງ​ຜູ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ກ່າວ​ວ່າ, “ແນ່ນອນ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້”. ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍ​ມາ​ເຖີດ.


“ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.


ບັນດາ​ຜູ້​ທີ່​ເຮົາ​ຮັກ ເຮົາ​ກໍ​ຕັກເຕືອນ ແລະ ຕີສອນ. ດັ່ງນັ້ນ ຈົ່ງ​ກະຕືລືລົ້ນ ແລະ ກັບໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka