Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເຖິງປານນັ້ນ ເຮົາ​ມີ​ບາງ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ມີ​ບາງ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ບາລາອາມ ເຊິ່ງ​ໄດ້​ສອນ​ບາຫລາກ​ໃຫ້​ຊັກຊວນ​ຊາວ​ອິດສະຣາເອນ​ໃຫ້​ເຮັດບາບ​ດ້ວຍ​ການ​ກິນອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ ແລະ ການ​ເຮັດ​ຜິດສິນທຳທາງເພດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:14
30 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ໂລກ​ນີ້ ເພາະ​ເປັນ​ສິ່ງ​ພາ​ໃຫ້​ມະນຸດ​ຕົກ​ໃນ​ບາບ! ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວິບັດ​ແກ່​ຄົນ​ນັ້ນ​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ຕົກ​ໃນ​ບາບ!


ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ອຳລາ.


ສຳລັບ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ, ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ​ວ່າ​ໃຫ້​ພວກເຂົາ​ລະເວັ້ນ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາລົບ, ລະເວັ້ນ​ຈາກ​ການກິນ​ເລືອດ, ລະເວັ້ນ​ຈາກ​ການກິນ​ຊີ້ນສັດ​ທີ່​ຖືກ​ຮັດຄໍ​ຕາຍ ແລະ ລະເວັ້ນ​ຈາກ​ການ​ຜິດສິນທຳທາງເພດ”.


ແລະ ດາວິດ​ກ່າວ​ວ່າ, “ຂໍ​ໃຫ້​ໂຕະອາຫານ​ຂອງ​ພວກເຂົາ​ກາຍ​ເປັນ​ບ້ວງແຮ້ວ ແລະ ເປັນ​ກັບດັກ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ແລະ ເປັນ​ການລົງໂທດ​ສຳລັບ​ພວກເຂົາ.


ເຫດສະນັ້ນ ໃຫ້​ພວກເຮົາ​ເລີກ​ຕັດສິນ​ກັນ. ແຕ່​ຈົ່ງ​ຕັດສິນໃຈ​ວ່າ​ຈະ​ບໍ່​ວາງ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ຫລື ວາງ​ເຄື່ອງ​ກີດຂວາງ​ໃນ​ທາງ​ຂອງ​ພີ່ນ້ອງ.


ການ​ບໍ່​ກິນ​ຊີ້ນ​ສັດ ຫລື ດື່ມ​ເຫລົ້າອະງຸ່ນ ຫລື ເຮັດ​ສິ່ງ​ອື່ນ​ໃດ ກໍ​ດີ​ກວ່າ​ເປັນ​ຕົ້ນເຫດ​ໃຫ້​ພີ່ນ້ອງ​ສະດຸດໃຈ.


ເປັນຫຍັງ​ຈຶ່ງ​ບໍ່​ໄດ້? ກໍ​ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ດິ້ນລົນ​ຫາ​ດ້ວຍ​ຄວາມເຊື່ອ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ໄດ້​ມາ​ດ້ວຍ​ການປະຕິບັດ. ພວກເຂົາ​ຈຶ່ງ​ສະດຸດ​ກ້ອນຫີນ​ທີ່​ເຮັດ​ໃຫ້​ຊູນສະດຸດ​ນັ້ນ.


ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,


ແຕ່​ເນື່ອງຈາກ​ວ່າ​ມີ​ການ​ຜິດສິນທຳ​ທາງເພດ​ເກີດຂຶ້ນ, ຜູ້ຊາຍ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດກັບ​ເມຍ​ຂອງ​ຕົນເອງ ແລະ ແມ່ຍິງ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດ​ກັບ​ຜົວ​ຂອງ​ຕົນເອງ.


ຈົ່ງ​ໃຫ້​ການແຕ່ງງານ​ເປັນ​ທີ່​ນັບຖື​ສຳລັບ​ທຸກຄົນ ແລະ ຮັກສາ​ຕຽງນອນ​ສົມລົດ​ໃຫ້​ບໍລິສຸດ, ເພາະ​ພຣະເຈົ້າ​ຈະ​ພິພາກສາ​ລົງໂທດ​ແກ່​ຄົນຫລິ້ນຊູ້ ແລະ ທຸກຄົນ​ທີ່​ເຮັດ​ຜິດສິນທຳທາງເພດ.


ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.


ພວກເຂົາ​ປະຖິ້ມ​ທາງ​ທີ່​ຊື່ ແລະ ຫລົງ​ໄປ​ຕາມ​ທາງ​ຂອງ​ບາລາອາມ​ລູກ​ຂອງ​ເບອໍ ຜູ້​ທີ່​ມັກ​ຄ່າຈ້າງ​ຂອງ​ຄວາມ​ຊົ່ວຮ້າຍ.


ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.


ເຖິງປານນັ້ນ ເຮົາ​ກໍ​ມີ​ຂໍ້​ນີ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ທົນ​ຟັງ​ເຢເຊເບນ ແມ່ຍິງ​ທີ່​ເອີ້ນ​ຕົນເອງ​ວ່າ​ເປັນ​ຜູ້ທຳນວາຍ. ຄຳສອນ​ຂອງ​ນາງ​ເຮັດ​ໃຫ້​ຜູ້ຮັບໃຊ້​ຂອງ​ເຮົາ​ຫລົງ​ເຮັດ​ຜິດສິນທຳທາງເພດ ແລະ ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ໄດ້​ປະຖິ້ມ​ຄວາມຮັກ​ເດີມ​ຂອງ​ເຈົ້າ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka