ພຣະນິມິດ 2:11 - ພຣະຄຳພີລາວສະບັບສະໄໝໃໝ່11 ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ໄດ້ຮັບໄຊຊະນະຈະບໍ່ຖືກທຳຮ້າຍໂດຍຄວາມຕາຍຄັ້ງທີສອງ. Uka jalj uñjjattʼätaພຣະຄຳພີສັກສິ11 ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ທີ່ມີໄຊຊະນະ ຈະບໍ່ຖືກອັນຕະລາຍຈາກຄວາມຕາຍຄັ້ງທີສອງ.” Uka jalj uñjjattʼäta |
ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະຕັ້ງຜູ້ນັ້ນໃຫ້ເປັນເສົາໜຶ່ງໃນວິຫານຂອງພຣະເຈົ້າຂອງເຮົາ. ພວກເຂົາຈະບໍ່ຈາກວິຫານໄປອີກຈັກເທື່ອ. ເຮົາຈະຈາລຶກນາມແຫ່ງພຣະເຈົ້າຂອງເຮົາ ແລະ ຊື່ນະຄອນຂອງພຣະເຈົ້າຂອງເຮົາຄືເຢຣູຊາເລັມໃໝ່, ເຊິ່ງພຣະເຈົ້າຂອງເຮົາກຳລັງສົ່ງລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາໄວ້ເທິງໂຕຂອງພວກເຂົາ ແລະ ເຮົາຈະຈາລຶກນາມໃໝ່ຂອງເຮົາໄວ້ເທິງໂຕຂອງພວກເຂົາເໝືອນກັນ.