Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 “ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ຍ່າງ​ຢູ່​ທ່າມກາງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 “ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ເອເຟໂຊ​ວ່າ, ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຈາກ​ຜູ້​ທີ່​ຖື​ດາວ​ເຈັດ​ດວງ​ໃນ​ມື​ຂວາ ແລະ​ຜູ້​ທີ່​ຍ່າງ​ໄປມາ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ:

Uka jalj uñjjattʼäta Copia luraña




ພຣະນິມິດ 2:1
20 Jak'a apnaqawi uñst'ayäwi  

ດ້ວຍວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ເຕົ້າໂຮມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນໃດ ເຮົາ​ກໍ​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ”.


ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


ໂຢຮັນ​ເປັນ​ຕະກຽງ​ທີ່​ລຸກ ແລະ ໃຫ້​ແສງສະຫວ່າງ ແລ້ວ​ພວກເຈົ້າ​ກໍ​ເລືອກ​ທີ່​ຈະ​ຍິນດີ​ໃນ​ຄວາມສະຫວ່າງ​ຂອງ​ລາວ​ຊົ່ວຂະນະໜຶ່ງ.


ເມື່ອ​ເດີນທາງ​ມາ​ເຖິງ​ເມືອງ​ເອເຟໂຊ, ບ່ອນ​ທີ່​ໂປໂລ​ໄດ້​ປະ​ປີຊະກີລາ​ກັບ​ອາກີລາ​ໄວ້. ສ່ວນ​ເພິ່ນ​ເອງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ.


ແຕ່​ໃນ​ຂະນະ​ທີ່​ເພິ່ນ​ລາ​ຈາກ​ໄປ​ນັ້ນ, ໂປໂລ​ໄດ້​ສັນຍາ​ວ່າ, “ຖ້າ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ​ອີກ”. ແລ້ວ​ເພິ່ນ​ກໍ​ລົງ​ເຮືອ​ຈາກ​ເມືອງ​ເອເຟໂຊ​ໄປ.


ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.


ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.


ມີ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ​ຄື: ຍິງ​ຄົນ​ໜຶ່ງ​ມີ​ດວງອາທິດ​ປົກຄຸມ​ໂຕ​ເໝືອນ​ນຸ່ງ​ເສື້ອຜ້າ, ມີ​ດວງຈັນ​ຢູ່​ໃຕ້​ຕີນ ແລະ ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ​ຂອງ​ນາງ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ: ພຣະອົງ​ຜູ້​ຖື​ດາບ​ສອງ​ຄົມ​ກ່າວ​ວ່າ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ຖື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ ດາວ​ທັງ​ເຈັດ​ດວງ. ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ມີ​ຊື່ສຽງ​ໃນ​ການ​ມີຊີວິດ​ຢູ່ ແຕ່​ເຈົ້າ​ໄດ້​ຕາຍ​ແລ້ວ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka