ພຣະນິມິດ 19:9 - ພຣະຄຳພີລາວສະບັບສະໄໝໃໝ່9 ແລ້ວເທວະດານັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງຂຽນວ່າ: ‘ຄວາມສຸກມີແກ່ບັນດາຜູ້ທີ່ໄດ້ຮັບເຊີນມາຮ່ວມງານລ້ຽງສະຫລອງສົມລົດຂອງລູກແກະຂອງພຣະເຈົ້າ!’” ແລະ ເທວະດານັ້ນກ່າວຕື່ມອີກວ່າ, “ສິ່ງເຫລົ່ານີ້ເປັນພຣະຄຳແທ້ຂອງພຣະເຈົ້າ”. Uka jalj uñjjattʼätaພຣະຄຳພີສັກສິ9 ເທວະດາຕົນນັ້ນ ໄດ້ບອກຂ້າພະເຈົ້າວ່າ, “ຈົ່ງຂຽນໄວ້ວ່າ, ຄວາມສຸກມີແກ່ຄົນທັງຫລາຍ ທີ່ໄດ້ຮັບເຊີນມາໃນງານລ້ຽງສົມຣົດຂອງພຣະເມສານ້ອຍນັ້ນ” ແລະເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫຼົ່ານີ້ ເປັນພຣະທຳທ່ຽງແທ້ຂອງພຣະເຈົ້າ.” Uka jalj uñjjattʼäta |
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງໜຶ່ງຈາກສະຫວັນກ່າວວ່າ, “ຈົ່ງຂຽນດັ່ງນີ້: ນັບແຕ່ນີ້ໄປຄວາມສຸກມີແກ່ບັນດາຜູ້ທີ່ຕາຍແລ້ວຄືຜູ້ທີ່ຕາຍໃນອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າກ່າວວ່າ, “ແມ່ນແລ້ວ, ພວກເຂົາຈະພັກຜ່ອນຈາກການເຮັດວຽກຂອງຕົນ ເພາະຜົນງານຂອງພວກເຂົາຈະຕິດຕາມພວກເຂົາໄປ”.