Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຜ້າຝ້າຍລິນິນ​ເນື້ອລະອຽດດີ, ສົດ​ໃສ ແລະ ສະອາດ, ໄດ້​ມອບ​ໃຫ້​ແກ່​ເຈົ້າສາວ​ເພື່ອ​ສວມ​ໃສ່”. (ຜ້າຝ້າຍລິນິນ​ເນື້ອລະອຽດດີ​ນັ້ນ​ໝາຍເຖິງ​ການປະຕິບັດ​ອັນ​ຊອບທຳ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແລະ​ຊົງ​ໂຜດ​ໃຫ້​ເຈົ້າສາວ​ນັ້ນ ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ​ແລະ​ບໍຣິສຸດ.” (ເພາະ​ຜ້າປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະຕິບັດ​ອັນ​ຊອບທຳ​ແຫ່ງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.)

Uka jalj uñjjattʼäta Copia luraña




ພຣະນິມິດ 19:8
21 Jak'a apnaqawi uñst'ayäwi  

ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເຫລື້ອມໃສ​ເໝືອນດັ່ງ​ຕາເວັນ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ແສງສະຫວ່າງ.


ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, ‘ສະຫາຍ​ເອີຍ, ດ້ວຍເຫດໃດ​ເຈົ້າ​ເຂົ້າ​ມາ​ທີ່​ນີ້​ໂດຍ​ບໍ່​ໄດ້​ນຸ່ງເຄື່ອງ​ສຳລັບ​ງານສົມລົດ?’ ຊາຍ​ຄົນ​ນັ້ນ​ກໍ​ມິດ​ຢູ່​ເວົ້າ​ບໍ່​ອອກ.


ເຄື່ອງນຸ່ງ​ຂອງ​ພຣະອົງ​ກາຍເປັນ​ສີຂາວ​ສ່ອງແສງ​ເຫລື້ອມໃສ, ຂາວ​ກວ່າ​ສິ່ງໃດ​ໃນ​ໂລກ​ນີ້​ຈະ​ຟອກ​ໃຫ້​ຂາວ​ເຊັ່ນ​ນັ້ນ​ໄດ້.


ໃນຂະນະ​ທີ່​ພວກເຂົາ​ກຳລັງ​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ຢູ່, ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ນຸ່ງເຄື່ອງ​ທີ່​ຮຸ່ງ​ເຫລື້ອມ​ເໝືອນ​ຟ້າແມບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພວກເຂົາ.


ເມື່ອ​ພວກເພິ່ນ​ກຳລັງ​ແນມ​ເບິ່ງ​ທ້ອງຟ້າ​ໃນ​ຂະນະ​ທີ່​ພຣະອົງ​ຂຶ້ນ​ໄປ, ໃນ​ທັນໃດ​ນັ້ນ ມີ​ຊາຍ​ສອງ​ຄົນ​ນຸ່ງ​ຊຸດ​ຂາວ​ຢືນ​ຢູ່​ຂ້າງ​ພວກເພິ່ນ.


ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ,


ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.


ເທວະດາ​ເຈັດ​ຕົນ​ທີ່​ຖື​ໄພພິບັດ​ທັງ​ເຈັດ​ກໍ​ອອກມາ​ຈາກ​ວິຫານ. ພວກເພິ່ນ​ນຸ່ງ​ຜ້າຝ້າຍລິນິນ​ສະອາດ, ຜ້າຝ້າຍລິນິນ​ເຫລື້ອມ ແລະ ຄາດ​ສາຍສະພາຍ​ຄຳ​ຮອບ​ໜ້າເອິກ​ຂອງ​ພວກເພິ່ນ.


ບັນດາ​ກອງທັບ​ຂອງ​ສະຫວັນ​ໄດ້​ຕິດຕາມ​ພຣະອົງ​ໄປ, ນັ່ງ​ຢູ່​ເທິງ​ມ້າ​ຂາວ ແລະ ນຸ່ງ​ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຂາວ ແລະ ສະອາດ.


ເຮົາ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍລິສຸດ​ແລ້ວ​ດ້ວຍ​ໄຟ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ຮັ່ງມີ ແລະ ຊື້​ເສື້ອຜ້າ​ສີຂາວ​ມາ​ນຸ່ງ ເພື່ອ​ປົກປິດ​ຄວາມເປືອຍກາຍ​ອັນ​ໜ້າອັບອາຍ ແລະ ຊື້​ຢາທາຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ເບິ່ງເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka