Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ໃຫ້​ພວກເຮົາ​ທັງຫລາຍ​ຊື່ນຊົມຍິນດີ ແລະ ຍິນດີ ແລະ ຖວາຍ​ກຽດ​ແກ່​ພຣະອົງ! ເພາະ​ງານສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ໄດ້​ມາ​ເຖິງ​ແລ້ວ, ແລະ ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມໂຕ​ພ້ອມ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ໃຫ້​ເຮົາ​ທັງຫລາຍ​ຊົມຊື່ນ​ແລະ​ປິຕິຍິນດີ ພາກັນ​ຖວາຍ​ພຣະກຽດ​ແດ່​ພຣະອົງ ເພາະ​ເຖິງ​ເວລາ​ແຫ່ງ​ການ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ແລ້ວ ແລະ​ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມພ້ອມ​ແລ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 19:7
29 Jak'a apnaqawi uñst'ayäwi  

ແຕ່​ຫລັງຈາກ​ທີ່​ໂຢເຊັບ​ໄດ້​ພິຈາລະນາ​ເລື່ອງ​ນີ້​ແລ້ວ, ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ຕໍ່​ລາວ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ໂຢເຊັບ​ບຸດ​ດາວິດ​ເອີຍ, ຢ່າ​ຢ້ານ​ເລີຍ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ, ເພາະວ່າ​ຜູ້​ທີ່​ປະຕິສົນທິ​ໃນ​ທ້ອງ​ຂອງ​ນາງ​ນັ້ນ​ແມ່ນ​ມາ​ຈາກ​ພຣະວິນຍານບໍລິສຸດເຈົ້າ.


“ອານາຈັກ​ສະຫວັນ​ປຽບເໝືອນ​ກະສັດ​ຜູ້​ໜຶ່ງ​ທີ່​ຕຽມ​ງານກິນລ້ຽງ​ສົມລົດ​ໃຫ້​ແກ່​ລູກຊາຍ​ຂອງ​ເພິ່ນ.


ເໝືອນດັ່ງ​ຄົນຮັບໃຊ້​ທີ່​ກຳລັງ​ຄອຍຖ້າ​ຮັບ​ນາຍ​ຂອງ​ຕົນ​ທີ່​ຈະ​ກັບ​ຈາກ​ງານລ້ຽງ​ສະຫລອງ​ແຕ່ງງານ ເພື່ອວ່າ​ເມື່ອ​ນາຍ​ກັບ​ມາ ແລະ ເຄາະ​ປະຕູ ພວກເຂົາ​ຈະ​ເປີດ​ປະຕູ​ຮັບ​ນາຍ​ໄດ້​ທັນທີ.


ເຈົ້າສາວ​ກໍ​ເປັນ​ຂອງ​ເຈົ້າບ່າວ. ເພື່ອນ​ຂອງ​ເຈົ້າບ່າວ​ກໍ​ຄອຍຖ້າ​ຟັງ​ເຈົ້າບ່າວ​ຢູ່ ແລະ ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ເຈົ້າບ່າວ. ເຮົາ​ກໍ​ມີ​ຄວາມຊື່ນຊົມຍິນດີ​ຢ່າງ​ນັ້ນ ແລະ ບັດນີ້​ຄວາມຊື່ນຊົມຍິນດີ​ນັ້ນ​ກໍ​ຄົບຖ້ວນ​ແລ້ວ.


ເພາະ​ເຮົາ​ຫວງແຫນ​ພວກເຈົ້າ​ດ້ວຍ​ຄວາມຫວງແຫນ​ທີ່​ມາ​ຈາກ​ພຣະເຈົ້າ. ເຮົາ​ໄດ້​ສັນຍາ​ພວກເຈົ້າ​ໄວ້​ເພື່ອ​ສາມີ​ຄົນ​ດຽວ, ຄື​ແກ່​ພຣະຄຣິດເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖວາຍ​ພວກເຈົ້າ​ເໝືອນດັ່ງ​ສາວບໍລິສຸດ​ທີ່​ບໍລິສຸດ​ແກ່​ພຣະອົງ.


ເພາະ​ຜົວ​ເປັນ​ຫົວ​ຂອງ​ເມຍ​ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຄຣິສຕະຈັກ, ກາຍ​ຂອງ​ພຣະອົງ ພຣະອົງ​ຍັງ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ.


ນີ້​ແມ່ນ​ຄວາມເລິກລັບ​ອັນ​ເລິກເຊິ່ງ ແຕ່​ຂ້າພະເຈົ້າ​ກຳລັງ​ເວົ້າ​ເຖິງ​ພຣະຄຣິດເຈົ້າ ແລະ ຄຣິສຕະຈັກ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.


ຂ້າພະເຈົ້າ​ໄດ້​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ໃໝ່​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ, ນະຄອນ​ນີ້​ໄດ້​ຮັບ​ການຈັດຕຽມ​ໄວ້​ເໝືອນ​ເຈົ້າສາວ​ແຕ່ງໂຕ​ງົດງາມ​ລໍຖ້າ​ຮັບ​ຜົວ​ຂອງ​ຕົນ.


ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ ທີ່​ຖື​ຂັນ​ແຫ່ງ​ໄພພິບັດ​ເຈັດ​ປະການ​ສຸດທ້າຍ​ນັ້ນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ເຊີນ​ມາ, ເຮົາ​ຈະ​ໃຫ້​ທ່ານ​ເບິ່ງ​ເຈົ້າສາວ ຄູ່​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka