ພຣະນິມິດ 19:6 - ພຣະຄຳພີລາວສະບັບສະໄໝໃໝ່6 ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງເໝືອນສຽງຄົນຈຳນວນຫລວງຫລາຍ, ເໝືອນສຽງນ້ຳໄຫລແຮງ ແລະ ເໝືອນສຽງຟ້າຮ້ອງ, ຮ້ອງວ່າ: “ຮາເລລູຢາ! ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ນັ້ນປົກຄອງຢູ່. Uka jalj uñjjattʼätaພຣະຄຳພີສັກສິ6 ແລ້ວຂ້າພະເຈົ້າໄດ້ຍິນເໝືອນສຽງຄົນຈຳນວນຫລວງຫລາຍ ເໝືອນສຽງນໍ້ານອງຕົກຕາດ ແລະເໝືອນຟ້າຮ້ອງສຽງແຮງກ້າວ່າ, “ຮາເລລູຢາ ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຜູ້ຊົງຣິດທານຸພາບອັນສູງສຸດ ໄດ້ຊົງຂຶ້ນສະເຫວີຍຣາດແລ້ວ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງໃນສະຫວັນກ່າວວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກຂອງພຣະເຈົ້າຂອງພວກເຮົາ, ແລະ ສິດອຳນາດແຫ່ງພຣະຄຣິດເຈົ້າຂອງພຣະອົງມາເຖິງແລ້ວ. ເພາະຜູ້ທີ່ກ່າວໂທດບັນດາພີ່ນ້ອງຂອງພວກເຮົາ, ຜູ້ທີ່ກ່າວໂທດພວກເຂົາຕໍ່ໜ້າພຣະເຈົ້າຂອງພວກເຮົາທັງກາງເວັນ ແລະ ກາງຄືນ. ໄດ້ຖືກໂຍນລົງໄປແລ້ວ.